ສິ້ນສຸດເວລາຮັບບົດປະພັນສື່ມວນຊົນ, ອົງການປະຈໍາການລາງວັນຄ້ອນຕີກ່ຽວຄຳ (ວາລະສານກໍ່ສ້າງພັກ) ໄດ້ຮັບບົດປະພັນທັງໝົດ 2.081 ບົດ, ເພີ່ມຂຶ້ນ 371 ບົດ (21,69%) ເມື່ອທຽບໃສ່ປີ 2020. ບັນດາບົດປະພັນເຂົ້າຮ່ວມລາງວັນຄ້ອນຕີກ່ຽວຄຳປີນີ້ຂອງບັນດາອົງການສື່ມວນຊົນສູນກາງ ແລະທ້ອງຖິ່ນມີຄວາມສົມບູນກ່ຽວກັບຫົວຂໍ້, ປະເພດ. ບັນດາບົດປະພັນທີ່ຂຽນກ່ຽວກັບພັກ ແລະວຽກງານກໍ່ສ້າງພັກທາງສື່ສິ່ງພິມ, ສື່ເອເລັກໂຕນິກ, ກະຈາຍສຽງ ແລະໂທລະພາບ, ໄດ້ສ່ອງແສງບັນດາບັນຫາຮ້ອນ, ເຫດການທີ່ພົ້ນເດັ່ນພາຍໃນປະເທດ ແລະສາກົນ.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະພະນັກງານ, ນັກຮົບໜັງສືພິມກອງທັບປະຊາຊົນຫວຽດນາມ ທີ່ພິທີມອບລາງວັນ. ພາບ: qdnd.vn.

ສະພາກວດບົດຮອບສຸດທ້າຍໄດ້ຄັດເລືອກບົດປະພັນທີ່ດີເດັ່ນ 67 ບົດ ເພື່ອມອບລາງວັນຕາມກະຕິກາລາງວັນຄ້ອນຕີກ່ຽວຄຳ ຄັ້ງທີ VI ປີ 2021, ໃນນັ້ນມີລາງວັນ A 6 ລາງວັນ, ລາງວັນ B 12 ລາງວັນ, ລາງວັນ C 16 ລາງວັນ, ລາງວັນຊົມເຊີຍ 30 ລາງວັນ ແລະລາງວັນສະເພາະຫົວເລື່ອງ 10 ລາງວັນ. ບັນດານັກຂ່າວໜັງສືພິມກອງທັບປະຊາຊົນໄດ້ຮັບລາງວັນ B 3 ລາງວັນ.

ເນື່ອງໃນໂອກາດນີ້, ຄະນະຊີ້ນໍາ, ຄະນະຈັດຕັ້ງໄດ້ປຸກລະດົມລາງວັນສື່ມວນຊົນທົ່ວປະເທດກ່ຽວກັບການກໍ່ສ້າງພັກ (ລາງວັນຄ້ອນຕີກ່ຽວຄຳ) ຄັ້ງທີ VII ປີ 2022.

ໂດຍ: ຈາງຫງວຽນ