ທີ່ການຕ້ອນຮັບ, ທ່ານ ໂຕເລີມ ສົ່ງຄຳຢ້ຽມຢາມຖາມຂ່າວຢ່າງອົບອຸ່ນ ແລະພອນໄຊອັນປະເສີດມາຍັງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ແລະປະທານປະເທດຈີນ; ສະແດງຄວາມຂອບອົກຂອບໃຈສູນກາງພັກຄອມມູນິດຈີນ ແລະ ທ່ານ ສີຈິ້ນຜິງ ທີ່ໄດ້ສະໜັບສະໜູນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກຄອມມູນິດຫວຽດນາມ; ຊົມເຊີຍຜົນສຳເລັດສຳຄັນຂອງຈີນ, ເຊື່ອໝັ້ນວ່າ ຈີນຈະດຳເນີນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຢ່າງມີປະສິດທິຜົນ ຕາມການກຳນົດທິດພັດທະນາທີ່ມີຄຸນນະພາບສູງ.

ທ່ານ ໂຕເລີມ ໄດ້ຕີລາຄາສູງ ແລະຊົມເຊີຍເລື່ອງບັນດາສະຫາຍລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດຈີນ ໄດ້ພ້ອມກັນມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດ ແລະສອງປະເທດຈັດຕັ້ງການເຈລະຈາຍຸດທະສາດ 3+3 ຄັ້ງທຳອິດ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກຄວາມສຳຄັນຂອງກົນໄກນີ້ຕໍ່ກັບການປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສະໜິດຕິດພັນຍຸດທະສາດ, ຊຸກຍູ້ການພົວພັນຫວຽດນາມ-ຈີນ ໃຫ້ພັດທະນາຢ່າງໝັ້ນຄົງ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງສອງປະເທດຕໍ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເລຂາທິການໃຫຍ່ ໂຕເລີມ ແລະບັນດາຜູ້ແທນ ກັບລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະລັດຖະມົນຕີກະຊວງຕຳຫຼວດ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ ໜ້າທີ່ແຖວໜ້າຂອງສອງຝ່າຍແມ່ນສືບຕໍ່ຍົກສູງລະດັບຄວາມສະໜິດຕິດພັນຍຸດທະສາດ ເພື່ອໃຫ້ການຮ່ວມມື ຫວຽດນາມ-ຈີນ ບັນລຸໄດ້ໝາກຜົນລະອຽດ, ນຳມາເຊິ່ງຜົນປະໂຫຍດແທດຈິງ ໃຫ້ແກ່ສອງຊາດ; ພ້ອມທັງຢືນຢັນຄວາມພ້ອມ ທີ່ຈະພ້ອມກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ແລະປະທານປະເທດຈີນ ສືບຕໍ່ຊີ້ນຳບັນດາຂະແໜງການ, ທຸກຂັ້ນ,  ກຳນົດທິດນັບແຕ່ຕົ້ນສະໄໝ ສຳລັບການພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ຈີນ.

ບັນດາສະຫາຍລັດຖະມົນຕີ ຈີນ ຢືນຢັນວ່າ ຈະປະສານສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທຽບເທົ່າຂອງ ຫວຽດນາມ, ເພີ່ມທະວີການແບ່ງປັນທິດສະດີ ແລະພຶດຕິກຳກ່ຽວກັບການກໍ່ສ້າງພັກ, ການຄຸ້ມຄອງປະເທດ; ເຮັດໃຫ້ການຮ່ວມມືດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດກົດໝາຍ, ການປ້ອງກັນ-ຕ້ານອາຊະຍາກຳ, ການຝຶກຊ້ອມຮ່ວມ; ຍົກລະດັບການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຊີ, ປັນຍາປະດິດ; ປັບປຸງພື້ນຖານສັງຄົມຂອງການພົວພັນສອງປະເທດ ຜ່ານການຍູ້ແຮງການຮ່ວມມືດ້ານທ່ອງທ່ຽວ, ການສຶກສາ-ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ; ສອງຝ່າຍຄວບຄຸມ ແລະແກ້ໄຂທຸກຄວາມບໍ່ລົງລອຍກັນໃຫ້ດີກວ່າເກົ່າ, ສອດຄ່ອງກັບລະດັບໃໝ່ຂອງການພົວພັນສອງປະເທດ, ຄວາມຮັບຮູ້ລວມຂັ້ນສູງ ແລະກົດໝາຍສາກົນ.

* ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕ້ອນຮັບບັນດາສະຫາຍລັດຖະມົນຕີການຕ່າງປະເທດ, ປ້ອງກັນປະເທດ ແລະຕຳຫຼວດ ຈີນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງບັນດາສະຫາຍລັດຖະມົນຕີການຕ່າງປະເທດ, ປ້ອງກັນປະເທດ ແລະຕຳຫຼວດ ຂອງສອງປະເທດ ໄດ້ຈັດຕັ້ງການເຈລະຈາຍຸດທະສາດ 3+3 ເປັນຄັ້ງທຳອິດ, ກໍ່ຄືຫຼາຍກິດຈະກຳພົບປະແລກປ່ຽນ, ແລກປ່ຽນສຳຄັນລະຫວ່າງບັນດາອົງການທຽບເທົ່າ; ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງຂອງສອງຝ່າຍໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສະໜິດຕິດພັນຍຸດທະສາດ, ຊຸກຍູ້ການຮ່ວມມືຢ່າງແທດຈິງ ໃນລະດັບສູງກວ່າລະຫວ່າງສອງພັກ, ສອງລັດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະບັນດາຜູ້ແທນ. ພາບ: ສຳນັກຂ່າວສານຫວຽດນາມ

ສະແດງຄວາມເຄົາລົບ ແລະເຫັນດີເປັນເອກະພາບຢ່າງສູງ ຕໍ່ຄຳເຫັນຊີ້ນຳ ແລະການກຳນົດທິດສຳຄັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ບັນດາສະຫາຍ ລັດຖະມົນຕີ ຝ່າຍຈີນ ຢືນຢັນວ່າ ຈະປະສານສົມທົບຢ່າງແໜ້ນແຟ້ນ ກັບບັນດາອົງການທຽບເທົ່າຂອງ ຫວຽດນາມ ເພື່ອເພີ່ມທະວີການແລກປ່ຽນຍຸດທະສາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືໃນແຕ່ລະຂົງເຂດການຕ່າງປະເທດ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ການຈັດຕັ້ງປະຕິບັດກົດໝາຍໃຫ້ເລິກເຊິ່ງກວ່າອີກ; ສືບຕໍ່ກາຍເປັນເສົາຄ້ຳສຳຄັນ, ປະກອບສ່ວນໃຫ້ສົມກັບການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ.

ໂດຍ: ແສງເດືອນ