ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ-ອັງໂກລາ ຢ່າງເລິກເຊິ່ງກວ່າອີກ
ກປ.ອອນໄລ - ຕອນບ່າຍວັນທີ 16 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ, ແລກປ່ຽນກ່ຽວກັບການພົວພັນສອງຝ່າຍລະຫວ່າງ ຫວຽດນາມ-ອັງໂກລາ ແລະສະພາບການສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອ້ລົມທາງໂທລະສັບ, ຊົມເຊີຍທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ ແລະອັງໂກລາ ຫາກໍ່ດໍາລົງຕຳແໜ່ງປະທານໝູນວຽນຂອງສະຫະພາບອາຟະລິກາ (AU) ໃນປີ 2025 ປະສົບຜົນສໍາເລັດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຊື່ອໝັ້ນວ່າ ດ້ວຍອິດທິພົນຊື່ສຽງ ແລະບົດບາດຂອງຕົນ, ອັງໂກລາ ຈະສືບຕໍ່ເສີມຂະຫຍາຍບົດບາດຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ອາຟະລິກາ ເຊື່ອມໂຍງ ແລະພັດທະນາວັດທະນາຖາວອນ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໂອ້ລົມທາງໂທລະສັບກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ອັງໂກລາ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ສະເໜີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນແນໃສ່ຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຂອງທ່ານປະທານປະເທດ ເລືອງເກື່ອງ ໃນເດືອນ ສິງຫາ 2025 ຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດທີ່ມີທ່າແຮງ, ຄື: ການຄ້າ, ການລົງທຶນ, ກະສິກຳ ແລະຄວາມໝັ້ນຄົງດ້ານພະລັງງານ, ນຳວົງເງິນການຄ້າສອງຝ່າຍບັນລຸ 1 ຕື້ໂດລາສະຫະລັດ ໂດຍໄວໃນໄລຍະຈະມາເຖິງ, ຕາມຈິດໃຈຂອງຖະແຫຼງການຮ່ວມກ່ຽວກັບກໍານົດທິດການພັດທະນາການພົວພັນ ຫວຽດນາມ-ອັງໂກລາ ໃນໄລຍະໃໝ່. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີວ່າສອງຝ່າຍຊຸກຍູ້ການຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ, ຄື: ຄະນະກຳມະການລະຫວ່າງລັດຖະບານ, ປຶກສາຫາລືດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ ແລະສຳເລັດການເຈລະຈາໂດຍໄວ ເພື່ອມຸ່ງໄປເຖິງການລົງນາມໃນສັນຍາສົ່ງເສີມ ແລະປົກປ້ອງການລົງທຶນ ແລະສັນຍາຫຼີກລ່ຽງການເກັບພາສີຊ້ອນ.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ອັງໂກລາ, ດ້ວຍອິດທິພົນຊື່ສຽງ ແລະທີ່ຕັ້ງຂອງຕົນໃນ AU, ຕັ້ງໜ້າສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນແທດຈິງກັບ AU, ພິເສດແມ່ນບັນດາຂົງເຂດບຸລິມະສິດໃນໂຄງການດໍາເນີນງານວິໄສທັດ 2063, ຄື: ການຮັກສາ ສັນຕິພາບ, ກະສິກຳ, ສາທາລະນະສຸກ, ການສຶກສາ, ການຫັນເປັນດີຈີຕອນ, ພ້ອມທັງຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ອັງໂກລາ ໃນການຊຸກຍູ້ການພົວພັນກັບບັນດາປະເທດອາຊຽນ.
ສ່ວນທ່ານ João Manuel Gonçalves Lourenço ຢືນຢັນວ່າ ຍາມໃດກໍ່ຕີລາຄາສູງການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບຫວຽດນາມ, ພ້ອມແລ້ວທີ່ຈະຮັບຟັງ ແລະຊຸກຍູ້ກາລະໂອກາດຮ່ວມມືລະຫວ່າງສອງພື້ນຖານເສດຖະກິດ. ທ່ານປະທານາທິບໍດີ ຫວັງວ່າ ສອງປະເທດຈະສືບຕໍ່ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງລັດຖະບານ ແລະວິສາຫະກິດຂອງສອງຝ່າຍແນໃສ່ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານ, ຫັນບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາຂອງການນຳສອງປະເທດໃຫ້ປະກົດຜົນເປັນຈິງ.
ໂດຍ: ເຈິ່ນຮວ່ຽນ