ບັນດາສະຫາຍກຳມະການກົມການເມືອງ, ຄື: ທ່ານ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕໍາຫຼວດ ໄດ້ພ້ອມກັບທ່ານ Wang Yi ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ທ່ານ Wang Xiaohong ລັດຖະມົນຕີກະຊວງຕຳຫຼວດ ຈີນ ເປັນປະທານຮ່ວມການເຮັດວຽກດັ່ງກ່າວ.
    |
 |
|
ລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ ຫວຽດນາມ-ຈີນ ທີ່ກອງປະຊຸມ. ພາບ: qdnd.vn |
ສອງຝ່າຍເຫັນດີເປັນເອກະພາບຕີລາຄາກ່ຽວກັບທ່າອ່ຽງພັດທະນາທີ່ຕັ້ງໜ້າຕາມທິດ “6 ກວ່າ” ຂອງການພົວພັນ ຫວຽດນາມ-ຈີນ ໃນໄລຍະຜ່ານມາ. ສອງຝ່າຍເຫັນດີໂດຍຖືວ່າ ເລື່ອງສອງປະເທດເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປະສານງານສັງລວມລະຫວ່າງການພັດທະນາກັບຄວາມໝັ້ນຄົງ, ຍຶດໝັ້ນເສັ້ນທາງສັງຄົມນິຍົມ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນ ເພື່ອຮັບມືກັບສິ່ງທ້າທາຍລວມເຖິງຄວາມໝັ້ນຄົງ ແລະການພັດທະນາບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະກົດບັດ ສະຫະປະຊາຊາດ ນັບມື້ນັບຈໍາເປັນ.
    |
 |
|
ບັນຍາດາດທີ່ກອງປະຊຸມ. ພາບ: qdnd.vn |
ບັນດາລັດຖະມົນຕີຝ່າຍຫວຽດນາມ ສະເໜີໃຫ້ຂະແໜງການທູດ, ຂະແໜງປ້ອງກັນຊາດ, ຂະແໜງປ້ອງກັນຄວາມສະຫງົບຂອງສອງປະເທດ ພ້ອມກັນປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ນຳໜ້າໃນການຊາບຊຶມຄວາມຮູ້ລວມຂັ້ນສູງ; ຜັນຂະຫຍາຍການເຄື່ອນໄຫວພົບປະ, ແລກປ່ຽນຂັ້ນສູງລະຫວ່າງສອງພັກ, ສອງປະເທດເປັນຢ່າງດີ; ເສີມຂະຫຍາຍກົນໄກຮ່ວມມືຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ພື້ນຖານໂຄງລ່າງຍຸດທະສາດ, ວິທະຍາສາດ-ເຕັກໂນໂລຢີ. ບັນດາລັດຖະມົນຕີ ຍັງສະເໜີສອງຝ່າຍຊຸກຍູ້ການຮ່ວມມືປ້ອງກັນຊາຍແດນ, ຄຸ້ມຄອງຊາຍແດນ, ການເຂົ້າ-ອອກເມືອງ, ການຕ້ານ ແລະສະກັດກັ້ນອາດຊະຍາກໍາ; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການໃນການຮັບປະກັນຄວາມໝັ້ນຄົງຂອງລະບອບ, ຄວາມໝັ້ນຄົງແຫ່ງຊາດມະຫາພາກ, ຄື: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານການສື່ສານ, ຄວາມໝັ້ນຄົງດ້ານຖານຂໍ້ມູນ; ສົມທົບ, ໜູນຊ່ວຍເຊິ່ງກັນ ແລະກັນ ໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຊອກຫາກູ້ໄພກູ້ຊີບ ແລະມະນຸດສະທໍາ ສາກົນ ກໍຄືບັນດາເວທີປາໄສ, ການຮ່ວມມືໃນພາກພື້ນດ້ວຍບົດບາດໃຈກາງຂອງອາຊຽນ.
    |
 |
|
ບັນດາຜູ້ແທນຝ່າຍຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
    |
 |
|
ບັນດາຜູ້ແທນຝ່າຍຈີນ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ບັນດາລັດຖະມົນຕີຝ່າຍຈີນ ເຫັນດີວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ລວມຂັ້ນສູງໃຫ້ມີປະສິດທິຜົນ, ຮັກສາການແລກປ່ຽນຢ່າງເປັນປະຈໍາລະຫວ່າງອົງການກ່ຽວຂ້ອງຂອງແຕ່ຝ່າຍກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ກໍຄືສະພາບການສາກົນ, ພາກພື້ນ, ຮັບປະກັນການຮັກສາຄວາມໝັ້ນຄົງດ້ານການເມືອງ; ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະຕິບັດກົດໝາຍ, ຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາຍແດນ, ອາດຊະຍາກໍາເຕັກໂນໂລຢີສູງ ເລິກເຊິ່ງກວ່າອີກ; ຍົກລະດັບການຮ່ວມມືທີ່ແທດຈິງໃນທຸກຂົງເຂດ; ປະສານງານສັງລວມລະຫວ່າງຄວາມໝັ້ນຄົງ ກັບການພັດທະນາ, ຊຸກຍູ້ພາລະກິດສັງຄົມນິຍົມພາຍໃຕ້ການນໍາພາຂອງພັກ; ເພີ່ມທະວີການສົມທົບຫຼາຍຝ່າຍ, ພ້ອມກັນຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງທີ່ເປັນການທະຫານ ແລະບໍ່ເປັນການທະຫານ ຢ່າງມີປະສິດທິຜົນ.
    |
 |
|
ບັນຍາດາດທີ່ກອງປະຊຸມ. ພາບ: qdnd.vn |
ບັນດາລັດຖະມົນຕີສອງປະເທດ ເນັ້ນໜັກເຖິງຄວາມສໍາຄັນຂອງການແກ້ໄຂຢ່າງສົມເຫດສົມຜົນ, ຄວບຄຸມ ແລະແກ້ໄຂບັນຫາຢູ່ທະເລເປັນຢ່າງດີ, ສອດຄ່ອງກັບສາຍພົວພັນມິດຕະພາບລະຫວ່າງສອງປະເທດ ແລະກົດໝາຍສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບສຳລັບການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ.
ໂດຍ: ທູຈາງ