leftcenterrightdel
ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວຄໍາເຫັນທີ່ການປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ພິທີມອບລາງວັນຄ້ອນຕີກ່ຽວຄຳ ຄັ້ງທີ VI ປີ 2021 ແມ່ນເຫດການທີ່ມີຄວາມໝາຍການເມືອງສໍາຄັນ, ຄາດຄະເນວ່າຈະຈັດຂຶ້ນໃນວັນທີ 21 ມັງກອນ 2022 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 92 ປີ (3-2-1930 / 3-2-2022).

ທ່ານນາງ ເຈືອງທິມາຍ ສະເໜີວ່າ ຄະນະຈັດຕັ້ງສູນກາງ ແລະບັນດາອົງການຮ່ວມຈັດຕັ້ງຄວນກວດກາຄືນບັນດາເນື້ອໃນທີ່ໄດ້ມອບໝາຍໃຫ້ຢ່າງລະອຽດ, ພ້ອມທັງຜັນຂະຫຍາຍ, ປະຕິບັດບາງວຽກງານກະກຽມໃຫ້ພິທີມອບລາງວັນເປັນຢ່າງດີ. ທ່ານນາງ ເຈືອງທິມາຍ ຊີ້ແຈ້ງວ່າ: “ຄວນມີການເຂົ້າຮ່ວມຂອງບັນດາອົງການສື່ມວນຊົນ ເພື່ອສືບຕໍ່ຍູ້ແຮງໂຄສະນາກ່ຽວກັບການປະກວດຊີງລາງວັນ ເພື່ອໃຫ້ການປະກວດນີ້ບໍ່ພຽງແຕ່ເປັນການປະກວດເທົ່ານັ້ນ, ຫາກຍັງແຜ່ຂະຫຍາຍຄວາມຕັດສິນໃຈສູງຂອງພັກ ກ່ຽວກັບວຽກງານກໍ່ສ້າງພັກ, ໂດຍສະເພາະແມ່ນວຽກງານກໍ່ສ້າງພັກ, ປັບປຸງພັກ”.

ໂດຍ: ທູຈາງ