ທີ່ການພົບປະເຈລະຈາ, ທ່ານ ເລຮວ່າຍຈູງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ບັນດາຜົນງານ ແລະແນວທາງພັດທະນາ ແລະການພົວພັນຕ່າງປະເທດຂອງພັກກອມມູນິດຫວຽດນາມ, ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັບປະກັນຊີວິດສັງຄົມ, ຟື້ນຟູ ແລະພັດທະນາເສດຖະກິດຂອງຫວຽດນາມ ໃນໄລຍະຜ່ານມາ; ຊົມເຊີຍພັກ BJP ແລະລັດຖະບານຂອງນາຍົກລັດຖະມົນຕີ Narendra Modi ກ່ຽວກັບຜົນງານຕ່າງໆໃນການຊີ້ນໍາ, ນໍາພາປະເທດອິນເດຍ.

leftcenterrightdel
ທ່ານ ເລຮວ່າຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກ່າວຄໍາເຫັນທີ່ການພົບປະເຈລະຈາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນຝ່າຍພັກ BJP ໄດ້ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຕີລາຄາສູງຜົນງານຂອງຫວຽດນາມ, ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນສອງປະເທດ, ສອງພັກໃນໄລຍະຜ່ານມາ; ພ້ອມທັງຢືນຢັນວ່າພັກ BJP ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີສາຍພົວພັນການຮ່ວມມືກັບພັກກອມມູນິດຫວຽດນາມ.

ສອງຝ່າຍກໍ່ໄດ້ແບ່ງປັນທັດສະນະກ່ຽວກັບບັນດາບັນຫາພາກພື້ນ, ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະແລກປ່ຽນມາດຕະການ, ການກໍານົດທິດເພື່ອຊຸກຍູ້ການພົວພັນລະຫວ່າງສອງພັກໃນໄລຍະຈະມາເຖິງ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.

ໂດຍ: ທູຈາງ