ທ່ານນາຍົກລັດຖະມົນຕີ ຮຸນແຊນ ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ຮອບດ້ານຂອງການພົວພັນຫວຽດນາມ - ກໍາປູເຈຍ ໃນໄລຍະມໍ່ໆມານີ້ໃນທຸກຂົງເຂດ. ສ່ວນທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ກໍາປູເຈຍ ໃນຖານະເປັນປະທານອາຊຽນ ປີ 2022, ພ້ອມແລ້ວທີ່ຈະພ້ອມກັບກໍາປູເຈຍ ແລະບັນດາປະເທດອາຊຽນ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການດໍາເນີນງານຂອງອາຊຽນ. ທ່ານ ບຸ່ຍແທງເຊີນ ຂອບໃຈ ແລະສະເໜີໃຫ້ລັດຖະບານກໍາປູເຈຍ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ວົງຄະນະຍາດເຊື້ອສາຍຫວຽດນາມ ອາໄສຢູ່ກໍາປູເຈຍ ແກ້ໄຂຄວາມຫຍຸ້ງຍາກ, ມີການດໍາລົງຊີວິດເປັນປົກກະຕິ, ເຊື່ອມຕົວໄດ້ເປັນຢ່າງດີ ແລະມີການປະກອບສ່ວນຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງກໍາປູເຈຍ ກໍ່ຄືການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີກໍາປູເຈຍ ຕ້ອນຮັບທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢູ່ວັງສັນຕິພາບ. ພາບ: ສໍານັກຂ່າວສານຫວຽດນາມ.

ຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Samdech Say Chhum ປະທານສະພາສູງ ກໍາປູເຈຍ ແລະທ່ານ Samdech Heng Samrin ປະທານສະພາແຫ່ງຊາດ ກໍາປູເຈຍ.

ວັນທີ 20 ມັງກອນ, ທ່ານ ບຸ່ຍແທງເຊີນ ໄດ້ມີການພົບປະເຈລະຈາກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມືສາກົນ ກໍາປູເຈຍ.

ທີ່ການພົບປະ, ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຊົນສອງປະເທດ ສືບຕໍ່ພັດທະນາຢ່າງຕັ້ງໜ້າ; ເຫັນດີເພີ່ມທະວີການສົມທົບກັນ, ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ຕໍ່ກັບວຽກງານຂີດເສັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ກໍາປູເຈຍ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ ບຸ່ຍແທງເຊີນ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ຊຸກຍູ້ການເຈລະຈາ ແລະສູ້ຊົນບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ ແລະສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ໂດຍ: ໄຊຊະນະ