leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ກວດແຖວກຽດຕິຍົດ. ພາບ: qdnd.vn.

ຕາງໜ້າການນຳພັກ, ລັດ, ປະທານປະເທດ ຫງວຽນຊວນຟຸກ ຮັບຮູ້, ຍ້ອງຍໍຊົມເຊີຍຜົນສຳເລັດໜ້າທີ່ຮອບດ້ານຂອງທະຫານເຂດ 5 ໃນໄລຍະຜ່ານມາ. ພົ້ນເດັ່ນແມ່ນທະຫານເຂດ 5 ໄດ້ຊ່ວຍເຫຼືອອຳນາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນໃນບໍລິເວນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງທັນການ ແລະມີປະສິດທິຜົນ; ຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິຂອງພັກ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງເຂັ້ມງວດ, ກໍ່ສ້າງເຂດປ້ອງກັນບໍລິເວນ; ປະຕິບັດວຽກງານຝຶກແອບ, ຝຶກຊ້ອມ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ເອົາໃຈໃສ່, ເບິ່ງແຍງດູແລຊີວິດຂອງແນວຫຼັງກອງທັບ, ປະຊາຊົນຢູ່ເຂດທຸກຍາກ; ຜັນຂະຫຍາຍການກໍ່ສ້າງແຜນການ, ມາດຕະການກຽມພ້ອມສູ້ຮົບຢ່າງຄົບຖ້ວນ; ກະກຽມວັດຖຸ, ອຸປະກອນໃຫ້ທະຫານຕ້ອນຮັບປີໃໝ່ປະຈຳຊາດ ປີຂານ 2022 ຢ່າງຮອບຄອບຖີ່ຖ້ວນ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ແລະຄະນະປະຕິບັດງານຖ່າຍຮູບທີ່ລະນຶກກັບກອງບັນຊາການທະຫານເຂດ 5. ພາບ: qdnd.vn.

ສຳລັບໜ້າທີ່ໃນໄລຍະຈະມາເຖິງ, ປະທານປະເທດ ຫງວຽນຊວນຟຸກ ຮຽກຮ້ອງຄະນະພັກ, ກອງບັນຊາການທະຫານເຂດ 5 ແລະຄະນະພັກ, ການນຳບັນດາກົມກອງມີມາດຕະການ, ຮັກສາລະບອບປະຈຳການກຽມພ້ອມສູ້ຮົບຢູ່ທຸກຂັ້ນຢ່າງເຂັ້ມງວດ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງບັນດາທ້ອງຖິ່ນ, ບັນດາກົມກອງຕັ້ງທັບຢູ່ໃນບໍລິເວນກຳແໜ້ນສະພາບການ, ເປັນເສນາທິການໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດແກ້ໄຂບັນດາກໍລະນີເກີດຂຶ້ນຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ເບິ່ງແຍງດູແລກໍ່ສ້າງກຳລັງທະຫານລາດໃຫ້ໝັ້ນຄົງເຂັ້ມແຂງ; ສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນ, ເອົາໃຈໃສ່, ເບິ່ງແຍງດູແລແນວຫຼັງກອງທັບ, ໂດຍສະເພາະແມ່ນຄອບຄົວພະນັກງານ, ນັກຮົບ, ຄອບຄົວນະໂຍບາຍປະສົບກັບຄວາມຫຍຸ້ງຍາກ; ສົມທົບກັນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາ...

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ກອງບັນຊາການທະຫານເຂດ 5. ພາບ: qdnd.vn.

ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນ ແລະອວຍພອນກອງບັນຊາການທະຫານເຂດ 5, ບັນດາກົມກອງ, ພະນັກງານ, ນັກຮົບກຳລັງປະກອບອາວຸດທະຫານເຂດ 5 ຈົ່ງມີສຸຂະພາບເຂ້ັມແຂງ, ມີຄວາມຜາສຸກ, ຕ້ອນຮັບບຸນປີໃໝ່ເບີກບານມ່ວນຊື່ນ, ອົບອຸ່ນ, ກຽມພ້ອມສູ້ຮົບສູງ, ສຳເຫຼັດໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງດີເດັ່ນ.

ໂດຍ: ແສງເດືອນ