ທ່ານ Leonid Kalashnikov ຮອງປະທານພັກກອມມູນິດ ສະຫະພັນລັດເຊຍ, ຫົວໜ້າຄະນະກໍາມະການບັນດາບັນຫາກ່ຽວກັບກຸ່ມປະຊາຄົມບັນດາປະເທດເອກະລາດ, ຮ່ວມສໍາພັນອາຊີ-ເອີລົບ ແລະຊາວລັດເຊຍ ອາໄສຢູ່ຕ່າງປະເທດຂອງສະພາຕໍ່າລັດເຊຍ, ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນລັດເຊຍ ມອບລາງວັນອັນສູງສົ່ງທີ່ສຸດຂອງພັກກອມມູນິດສະຫະພັນລັດເຊຍ ແລະພັກກອມມູນິດໂຊວຽດ ໃຫ້ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່.

ກ່ອນໜ້ານັ້ນ, ທ່ານ ຫງວຽນຝູຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນພັກກອມມູນິດສະຫະພັນລັດເຊຍ ຢ່າງອົບອຸ່ນ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Leonid Kalashnikov. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີຕ້ອນຮັບ ແລະພິທີມອບລາງວັນໃຫ້ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ທ່ານ Kalashnikov ຢັ້ງຢືນວ່າ: ລາງວັນເລນິນ ແມ່ນລາງວັນອັນສູງສົ່ງທີ່ສຸດຂອງຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນລັດເຊຍ. ເລື່ອງພັກກອມມູນິດສະຫະພັນລັດເຊຍ ມອບລາງວັນນີ້ໃຫ້ທ່ານ ຫງວຽນຝູຈ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 150 ປີແຫ່ງວັນຄ້າຍວັນເກີດຂອງເລນິນ ສະແດງໃຫ້ເຫັນຄວາມເຄົາລົບ ແລະຮັບຮູ້ຕໍ່ການປະກອບສ່ວນທີ່ດີເດັ່ນຂອງທ່ານເລຂາທິການໃຫຍ່-ນັກການເມືອງຜູ້ດີເດັ່ນ, ໄດ້ຮັບການຕີລາຄາສູງທີ່ສະຫະພັນລັດເຊຍ ແລະໃນໂລກ, ໃນການສູ້ຊົນເພື່ອຄວາມສະເໝີພາບ, ມະນຸດສະທໍາ ແລະຄວາມກ້າວໜ້າໃນສັງຄົມ; ເພື່ອພາລະກິດກໍ່ສ້າງສັງຄົມນິຍົມ ແລະຄົ້ນຄວ້າເຮັດໃຫ້ທິດສະດີ ແລະພຶດຕິກໍາຕົວຈິງອຸດົມສົມບູນໃຫ້ແກ່ການພັດທະນາລັດທິມາກ-ເລນິນ, ກໍ່ຄືປັບປຸງການພົວພັນມິດຕະພາບຫວຽດນາມ-ສະຫະພັນລັດເຊຍ.

ທ່ານ ຫງວຽນຝູຈ້ອງ ສະແດງຄວາມຕື້ນຕັນໃຈ ແລະຂອບໃຈພັກກອມມູນິດສະຫະພັນລັດເຊຍ ທີ່ໄດ້ມອບລາງວັນເລນິນອັນສູງສົ່ງນີ້ໃຫ້, ຖືນັ້ນບໍ່ພຽງແຕ່ແມ່ນຄວາມຮັບຮູ້ທີ່ມີຕໍ່ຕົນເອງເທົ່ານັ້ນ ຫາກຍັງແມ່ນຄວາມເຄົາລົບນັບຖື ແລະອາລົມຈິດຂອງພັກກອມມູນິດສະຫະພັນລັດເຊຍ, ປະເທດ ແລະປະຊາຊົນລັດເຊຍ ທີ່ມີຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ; ພ້ອມທັງສະແດງໃຫ້ເຫັນມູນເຊື້ອການພົວພັນພິເສດລະຫວ່າງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ທີ່ມີຕໍ່ພັກກອມມູນິດ ແລະປະຊາຊົນໂຊວຽດໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ. ພັກກອມມູນິດຫວຽດນາມ ຖືລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ເປັນພື້ນຖານດ້ານແນວຄິດ, ເປັນເຂັມທິດໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດ, ຢຶດໝັ້ນຕໍ່ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.

ທ່ານເລຂາທິການໃຫຍ່ຂອບໃຈຢ່າງຈິງໃຈຕໍ່ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດອົກສຸດໃຈ, ມີປະສິດທິຜົນເຊິ່ງປະຊາຊົນໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ ຍາມໃດກໍ່ສະຫງວນໃຫ້ປະຊາຊົນຫວຽດນາມ ແລະຢັ້ງຢືນວ່າຈະພ້ອມກັບພັກກອມມູນິດສະຫະລັດລັດເຊຍ ແລະຄູ່ຮ່ວມມືລັດເຊຍ ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ແລະການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດໃຫ້ຍິ່ງໆຂຶ້ນ.

ໂດຍ: ໄຊນີດາ