ສອງຝ່າຍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີການສູ້ຊົນໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ (EVIPA), ແກ້ໄຂຂໍ້ຕິດຂັດກ່ຽວກັບບັດເຫຼືອງຕໍ່ສິນໃນນໍ້າຂອງຫວຽດນາມ ແລະຮັບມືກັບພະຍາດໂຄວິດ–19 ໃນສະພາບການສາຍພັນໃໝ່ທີ່ຜັນແປສັບສົນ.

leftcenterrightdel
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບກອງປະຊຸມຄັ້ງທີ 10 ການກວດກາຄືນສົນທິສັນຍາວ່າດ້ວຍການບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນມັງກອນ 2022 ຢູ່ນິວຢອກ ນັ້ນ, ສອງຝ່າຍໄດ້ແລກປ່ຽນບັນດາບຸລິມະສິດຂອງຕົນ. ສອງຝ່າຍເຫັນດີວ່າ, ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດສະມາຊິກຢືນຢັນຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ, ຕີລາຄາສະພາບການປະຕິບັດສົນທິສັນຍາ NPT ແລະສະເໜີທິດທາງ, ສ້າງກຳລັງແຮງໃໝ່ໃຫ້ແກ່ການຜັນຂະຫຍາຍສົນທິສັນຍາໃນໄລຍະຈະມາເຖິງ.

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ຢືນຢັນວ່າ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນການຕ້ານການເຜີຍແຜ່ອາວຸດນິວເຄຼຍ ແລະກ້າວໄປເຖິງການຫຼຸດຜ່ອນ ແລະບໍ່ນຳໃຊ້ອາວຸດນິວເຄຼຍປະເພດນີ້ໂດຍສົມບູນ, ພ້ອມທັງຢືນຢັນເຖິງສິດຄົ້ນຄວ້າພັດທະນາ ແລະນຳໃຊ້ບັນດາໝາກຜົນດ້ານເຕັກໂນໂລຢີເພື່ອຈຸດປະສົງສັນຕິພາບ. ຫວຽດນາມ ແມ່ນສະມາຊິກຂອງສົນທິສັນຍາສາກົນຫຼາຍສະບັບກ່ຽວກັບການບໍ່ເຜີຍແຜ່ອາວຸດນິວເຄຼຍ, ໃນນັ້ນມີ NPT, ສະໜັບສະໜູນຂໍ້ລິເລີ່ມ ແລະຄວາມມານະພະຍາຍາມລວມ ເພື່ອຊຸກຍູ້ການຫຼຸດຜ່ອນອາວຸດນິວເຄຼຍ, ສູ້ຊົນເພື່ອສັນຕິພາບສາກົນ.

ໂດຍ: ທະນາພອນ