ນາຍົກລັດຖະມົນຕີ ເລມິງຮືງ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີ ສິງກະໂປ
ກປ.ອອນໄລ - ຕອນເຊົ້າວັນທີ 16 ເມສາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong.
    |
 |
|
ທ່ານນາຍົກລັດຖະມົນຕີ ເລມິງຮືງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong. ພາບ: baochinhphu.vn |
ໃນການໂອ້ລົມທາງໂທລະສັບ, ທ່ານ ເລມິງຮືງ ແບ່ງປັນວ່າ ຫວຽດນາມ ຈະປະກາດໃຊ້ນະໂຍບາຍໃໝ່ແນໃສ່ດຶງດູດການລົງທຶນຕ່າງປະເທດເຂົ້າຫວຽດນາມ ໃຫ້ຫຼາຍກວ່າອີກ, ໃນນັ້ນມີບັນດານັກລົງທຶນສິງກະໂປ; ສະເໜີ ສິງກະໂປ ໜູນຊ່ວຍຫວຽດນາມ ກໍ່ສ້າງສູນການເງິນສາກົນ; ເປີດກວ້າງ ແລະຍົກລະດັບເຄືອຂ່າຍເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ (VSIP) ລຸ້ນໃໝ່ ຕິດພັນກັບການຖ່າຍທອດເຕັກໂນໂລຢີສູງ.
ສ່ວນທ່ານ Lawrence Wong ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ການຕີລາຄາ ແລະຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ, ຢືນຢັນວ່າສິງກະໂປ ຖືການພົວພັນກັບຫວຽດນາມ ເປັນສຳຄັນ ແລະພ້ອມແລ້ວທີ່ຈະຜັນຂະຫຍາຍເນື້ອໃນຮ່ວມມືທີ່ໄດ້ເປັນເອກະພາບແລ້ວ. ສິງກະໂປ ຈະເພີ່ມຈຳນວນ VSIP ຢູ່ຫວຽດນາມ ໃຫ້ເປັນ 30 ເຂດອຸດສາຫະກໍາປີ 2026; ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ ໃນການບໍາລຸງສ້າງ ແລະພັດທະນາຊັບພະຍາກອນມະນຸດ, ພິເສດແມ່ນພະນັກງານຂັ້ນຍຸດທະສາດໂດຍຜ່ານການລົງນາມໃນຂໍ້ຕົກລົງສະບັບໃໝ່ກ່ຽວກັບການບໍາລຸງສ້າງພະນັກງານ ແລະເປີດກວ້າງໂຄງການຮ່ວມມືພັດທະນາສິງກະໂປ ເຖິງບັນດາທ້ອງຖິ່ນຂອງຫວຽດນາມ.
    |
 |
|
ສອງນາຍົກລັດຖະມົນຕີ ກໍ່ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ. ພາບ: baochinhphu. |
ສອງນາຍົກລັດຖະມົນຕີ ກໍ່ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ; ຮັກສາບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ໃນນັ້ນມີກົນໄກແລກປ່ຽນປະຈຳປີລະຫວ່າງສອງນາຍົກລັດຖະມົນຕີ; ຜັນຂະຫຍາຍກົນໄກເຈລະຈາຍຸດທະສາດລະຫວ່າງສອງພັກກຳອຳນາດປີ 2026 ໂດຍໄວ; ການຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ສອງຝ່າຍກໍ່ຢືນຢັນວ່າຈະສະຫງວນບຸລິມະສິດ, ແຫຼ່ງກຳລັງໃນການຜັນຂະຫຍາຍໂຄງການດໍາເນີນງານກ່ຽວກັບຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025-2030 ຢ່າງມີປະສິດທິຜົນ...
ໃນສະພາບການສາກົນທີ່ສັບສົນ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ສະເໜີສອງປະເທດເພີ່ມທະວີການຮ່ວມມືອາຊຽນ, ສົມທົບກັນຢ່າງແໜ້ນແຟ້ນໃນປີ 2027 ເມື່ອສິງກະໂປ ເປັນປະທານອາຊຽນ, ຫວຽດນາມ ເປັນເຈົ້າພາບ APEC; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຕ້ານອາດຊະຍາກໍາຂ້າມຊາດ, ສະໜັບສະໜູນການກໍ່ສ້າງ, ການເຄື່ອນໄຫວ ແລະບໍລິຫານສູນຂໍ້ມູນແຫ່ງຊາດ ແລະຊຸກຍູ້ການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີຜົນສັກສິດ, ຢ່າງແທດຈິງ.
ໂດຍ: ເຈິ່ນຮວ່ຽນ