ທ່ານນາຍົກລັດຖະມົນຕີ ເລມິງຮືງ ສະເໜີສາມທິດທາງຮ່ວມມືຕົ້ນຕໍໃນກອງປະຊຸມ AZEC ເປີດກວ້າງ
ກປ.ອອນໄລ - ວັນທີ 15 ເມສາ, ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາງ Takaichi Sanae ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານ ເລມິງຮືງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ປະຊາຄົມຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ອາຊີ (AZEC) ເປີດກວ້າງ ກ່ຽວກັບການເປັນເຈົ້າຕົນເອງດ້ານພະລັງງານຜ່ານລະບົບທາງໄກ ໂດຍທ່ານນາງ Takaichi Sanae ນາຍົກລັດຖະມົນຕີຍີ່ປຸ່ນ ເປັນປະທານ.
ທີ່ກອງປະຊຸມ, ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ກຳລັງມານະພະຍາຍາມມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ໃນປີ 2050, ກຳນົດການພັດທະນາພະລັງງານທົດແທນ ແລະການຫັນເປັນສີຂຽວ ແມ່ນບຸລິມະສິດຍຸດທະສາດ.
    |
 |
|
ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ກ່າວຄຳປາໄສທີ່ກອງປະຊຸມສຸດຍອດ ປະຊາຄົມຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ອາຊີ (AZEC) ເປີດກວ້າງ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີໃຫ້ສາມທິດທາງການຮ່ວມມືທີ່ສຳຄັນເພື່ອແກ້ໄຂບັນຫາພະລັງງານ ແລະຮັກສາລະບົບຕ່ອງໂສ້ການສະໜອງ. ທີໜຶ່ງ, ໃນໄລຍະສັ້ນ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມື ແລະການສົມທົບກັນນະໂຍບາຍເພື່ອແນໃສ່ຫັນແຫຼ່ງການສະໜອງພະລັງງານເປັນຫຼາຍຮູບຫຼາຍແບບ, ຫັນການຄ້າເປັນສະດວກ ແລະຮັກສາລະບົບຕ່ອງໂສ້ການສະໜອງທີ່ໝັ້ນຄົງ, ເປັນຕົ້ນແມ່ນກ່ຽວກັບພະລັງງານ ແລະສະບຽງອາຫານ. ທີສອງ, ໃນໄລຍະກາງ ແລະໄລຍະຍາວ, ຕ້ອງຍົກສູງການເປັນເຈົ້າຕົນເອງກ່ຽວກັບຍຸດທະສາດ ແລະກໍາລັງຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດໂດຍຜ່ານການພັດທະນາພື້ນຖານໂຄງລ່າງພະລັງງານຢ່າງຄົບຊຸດ, ເພີ່ມທະວີການສຳຮອງຍຸດທະສາດ ແລະຍູ້ແຮງການຖ່າຍທອດເຕັກໂນໂລຊີ. ທີສາມ, ຕ້ອງຍູ້ໄວການຜັນຂະຫຍາຍບັນດາໂຄງການຮ່ວມມືໃນຂອບເຂດ AZEC ຢ່າງມີປະສິດທິຜົນ, ແທດຈິງ, ໂດຍສອດຄ່ອງກັບກໍາລັງຄວາມສາມາດ ແລະເງື່ອນໄຂຕົວຈິງຂອງແຕ່ລະປະເທດ.
ທ່ານນາງນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຂອບໃຈບົດກ່າວປາໄສທີ່ເລິກເຊິ່ງ, ເໝາະສົມກັບສະພາບການໃນປະຈຸບັນ ແລະບັນດາຂໍ້ສະເໜີຂອງການນໍາຫວຽດນາມ ແລະບັນດາປະເທດອື່ນໆ, ພ້ອມທັງ ໃຫ້ຮູ້ວ່າ ຈະມອບໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ແລກປ່ຽນກັບບັນດາປະເທດ ເພື່ອຫັນຂໍ້ລິເລີ່ມດັ່ງກ່າວເປັນລະອຽດໂດຍໄວ.
ໂດຍ: ຈາງຫງວຽນ