ນີ້ແມ່ນການຢືນຢັນຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ ທີ່ການພົບປະ ແລະເຮັດວຽກກັບຄະນະລວມມີ 52 ວິສາຫະກິດຂະໜາດໃຫຍ່, ແຖວໜ້າຂອງສະຫະລັດອາເມລິກາ ນໍາໂດຍທ່ານ Brian McFeeters, ຮັກສາການປະທານສະພາທຸລະກິດ ສະຫະລັດອາເມລິກາ-ອາຊຽນ (USABC), ເຊິ່ງດໍາເນີນໃນຕອນບ່າຍວັນທີ 16 ເມສາ, ທີ່ສໍານັກງານນາຍົກລັດຖະມົນຕີ.

leftcenterrightdel
ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຕ້ອນຮັບ ແລະເຮັດວຽກຮ່ວມກັບຄະນະວິສາຫະກິດສະຫະລັດອາເມລິກາ. ພາບ: VGP

ໃນການແລກປ່ຽນກັບຜູ້ຕາງໜ້າບັນດາວິສາຫະກິດສະຫະລັດອາເມລິກາ, ທ່ານນາຍົກລັດຖະມົນຕີ ເລມິງຮືງ  ໃຫ້ຮູ້ວ່າ ຫວຽດນາມ ກໍາລັງຍູ້ໄວວິວັດການປະຕິຮູບ, ຍູ້ແຮງການສ້າງກອບນິຕິກໍາໃຫ້​ສົມ​ບູນ​ແບບ, ລະບອບລະບຽບການ, ປັບປຸງສະພາບແວດລ້ອມການລົງທຶນດໍາເນີນທຸລະກິດໃຫ້ນັບມື້ນັບປອດໂປ່ງ, ໂປ່ງໃສ, ມີປະສິດທິຜົນ...

ທ່ານນາຍົກລັດຖະມົນຕີ ສະເໜີສະພາທຸລະກິດ ສະຫະລັດອາເມລິກາ-ອາຊຽນ ແລະບັນດາວິສາຫະກິດສະຫະລັດອາເມລິກາ ສືບຕໍ່ເສີມຂະຫຍາຍບົດບາດ, ອິດທິພົນຊື່ສຽງຂອງຕົນເພື່ອສົ່ງສານກ່ຽວກັບເຈດຕະນາດີ ແລະຄວາມມານະພະຍາຍາມຮ່ວມມືຂອງຫວຽດນາມ. ພ້ອມກັນນັ້ນ, ທ່ານ ເລມິງຮືງ ເນັ້ນໜັກວ່າ ລັດຖະບານສະໜັບສະໜູນ, ຊົມເຊີຍບັນດາກຸ່ມບໍລິສັດ, ວິສາຫະກິດພະລັງງານແຖວໜ້າຂອງສະຫະລັດອາເມລິກາ ມາລົງທຶນຢູ່ຫວຽດນາມ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ແກ່ວິສາຫະກິດໂທລະຄົມມະນາຄົມສະຫະລັດອາເມລິກາ ທີ່ມີກໍາລັງຄວາມສາມາດໃນການເຂົ້າເຖິງຕະຫຼາດເພື່ອແນໃສ່ຄົ້ນຄວ້າການລົງທຶນ, ການຖ່າຍທອດເຕັກໂນໂລຢີ ແລະການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ, 5ຈີ ຢູ່ຫວຽດນາມ ບົນພື້ນຖານຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ປະຕິບັດຕາມກອບນິຕິກຳຂອງຫວຽດນາມ.

ໂດຍ: ຈາງຫງວຽນ