ນັກຂ່າວ: ການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະພັນລະຍາ  ໃນລະຫວ່າງວັນທີ 14 ຫາວັນທີ 17 ເມສາ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ. ຂໍທ່ານລັດຖະມົນຕີ ໃຫ້ຮູ້ກ່ຽວກັບການເຄື່ອນໄຫວທີ່ພົ້ນເດັ່ນຂອງຄະນະ ແລະໝາກຜົນຫຼັກ, ຈຸດພົ້ນເດັ່ນຂອງການຢ້ຽມຢາມ?

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ນີ້ແມ່ນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ພາຍຫຼັງ ສະພາແຫ່ງຊາດ ຊຸດທີ XVI ໄດ້ປັບປຸງບັນດາຕໍາແໜ່ງການນໍາຂອງລັດ ບົນພື້ນຖານຜົນສໍາເລັດອັນດີງາມຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ກໍຄື ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ສອງຝ່າຍ ໄດ້ກໍານົດການຢ້ຽມຢາມວ່າ ແມ່ນການເຄື່ອນໄຫວຕ່າງປະ ເທດສໍາຄັນທີ່ສຸດຂອງການພົວພັນ ຫວຽດນາມ-ຈີນ ໃນປີ 2026 ເມື່ອສອງປະເທດ ລ້ວນແຕ່ກຳລັງກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ການຢ້ຽມຢາມກໍເປັນການສົ່ງສານທີ່ສໍາຄັນຂອງຫວຽດນາມ ໃນການຈັດຕັ້ງຜັນຂະຫຍາຍ, ຫັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນການພົວພັນຕ່າງປະເທດຂອງພັກ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ ໃຫ້ເປັນອັນລະອຽດ.

leftcenterrightdel
ທ່ານ ເລຮວ່າຍຈຸງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn

ໃນໄລຍະທີ່ຢູ່ຢ້ຽມຢາມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມ ໄດ້ມີການເຄື່ອນໄຫວທີ່ສໍາຄັນ, ຫຼາກຫຼາຍຮູບແບບ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນຮ່ວມມືຮອບດ້ານ, ເລິກເຊິ່ງກວ້າງຂວາງລະຫວ່າງສອງພັກ, ສອງລັດ, ກໍຄື ຄວາມປາຖະໜາລວມຂອງທັງສອງຝ່າຍ ໃນການຍົກລະດັບການເຊື່ອມຕໍ່ຍຸດທະສາດ ເພື່ອໃຫ້ການພົວພັນ ຫວຽດນາມ-ຈີນ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ ແລະຄວາມມຸ່ງ ມາດປາຖະໜາຂອງປະຊາຊົນສອງປະເທດໃຫ້ໄດ້ດີກວ່າເກົ່າ. ທ່ານ ໂຕເລິມ ແລະທ່ານ ສີຈິ້ນຜິງ ໄດ້ດໍາເນີນການພົບປະສອງຝ່າຍທີ່ສໍາຄັນ, ແລກປ່ຽນຍຸດທະສາດອັນເລິກເຊິ່ງ ແລະພ້ອມກັນເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືໃນບັນດາຂົງເຂດຈໍານວນຫຼາຍສະບັບ; ມີການພົບປະກັບບັນດາການນໍາຫຼັກແຫຼ່ງຂອງພັກ, ລັດຈີນ ແລະມີການເຄື່ອນໄຫວຕ່າງປະເທດທີ່ມີຄວາມໝາຍສໍາຄັນອື່ນອີກ ຄື ການພົບປະໂອ້ລົມກັບຜູ້ຕາງໜ້າຄົນຮຸ່ນໜຸ່ມຂອງສອງປະເທດ.

ພາຍຫຼັງສິ້ນສຸດການເຄື່ອນໄຫວຢູ່ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ  ແລະຄະນະ ໄດ້ໄປຢ້ຽມຢາມ ແຂວງກວາງຊີ ກົງກັບໂອກາດສະເຫຼີມສະຫຼອງ 85 ປີ ແຫ່ງວັນ ປະທານ ໂຮ່ຈີມິນ ອອກຈາກແຂວງກວາງຊີ ກັບຄືນປະເທດ ພາຍຫຼັງຫຼາຍປີ ທີ່ເດີນທາງໄປຊອກຫາເສັ້ນທາງກູ້ຊາດ.

ການຢ້ຽມຢາມ ບັນລຸໄດ້ໝາກຜົນສໍາຄັນເປັນພິເສດ, ອຸດົມສົມບູນ ແລະມີລັກສະນະຍຸດທະສາດອັນເລິກເຊິ່ງ, ສະແດງໃຫ້ເຫັນຢູ່ບາງຈຸດດັ່ງນີ້:

ທີໜຶ່ງ, ສອງຝ່າຍ ກໍານົດວ່າ ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດສໍາຄັນທີ່ສຸດຂອງສອງພັກ, ສອງລັດ ໃນປີ 2026, ສະແດງໃຫ້ເຫັນການຖືເປັນສໍາຄັນ ແລະໄວ້ເນື້ອເຊື່ອໃຈດ້ານການເມືອງສໍາລັບການພົວພັນຫວຽດນາມ-ຈີນ ໃນນະໂຍບາຍການຕ່າງປະເທດຂອງແຕ່ລະພັກ, ປາຖະໜາຢາກນໍາການພົວພັນ ຫວຽດນາມ-ຈີນ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ໃນສະພາບການໃໝ່. ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະໃຫ້ບຸລິມະສິດແຖວໜ້າໃນການພັດທະນາການພົວພັນກັບ ຈີນ, ຖືນີ້ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ການຄັດເລືອກຍຸດທະສາດໃນການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIV. ຈີນ ຍາມໃດກໍໃຫ້ບຸລິມະສິດພັດທະນາການພົວພັນກັບຫວຽດນາມ ໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ.

ທີສອງ, ການນໍາສູງສຸດຂອງສອງພັກ, ສອງລັດ ໄດ້ມີການພົບປະ, ແລກປ່ຽນຢ່າງຈິງໃຈ, ເລິກເຊິ່ງກວ້າງຂວາງກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ສະພາບການສາກົນ, ພາກພື້ນ ແລະແລກປ່ຽນຮອບດ້ານກ່ຽວກັບການພົວພັນສອງຝ່າຍ, ບັນລຸໄດ້ຄວາມຮັບຮູ້ລວມທີ່ສໍາຄັນ, ວາງອອກທິດທາງໃຫຍ່ໃຫ້ແກ່ການຊຸກຍູ້ການຮ່ວມມືທີ່ແທດຈິງໃນທຸກຂົງເຂດ, ຍາດແຍ່ງເອົາທ່າແຮງຂອງແຕ່ລະຝ່າຍ.

ທີສາມ, ຜ່ານການແລກປ່ຽນ, ການນໍາສອງປະເທດ ໄດ້ເຫັນດີ ແລະບັນລຸໄດ້ຄວາມຮັບຮູ້ລວມທີ່ສໍາຄັນຕໍ່ກັບການກຳນົດທິດພັດທະນາການພົວພັນ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ທີສີ່, ການນໍາສອງປະເທດ ກໍເນັ້ນໜັກເຖິງການຕັ້ງໜ້າສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີສາກົນ, ສ້າງພື້ນຖານອັນສໍາຄັນ, ສ້າງເງື່ອນໄຂສະດວກຕື່ມອີກໃຫ້ແກ່ການປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງແຕ່ລະປະເທດ.

ເບິ່ງລວມແລ້ວ, ການຢ້ຽມຢາມທັງເປັນການຢັ້ງຢືນການພົວພັນທີ່ເປັນມູນເຊື້ອອັນໝັ້ນແກ່ນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃນຫຼາຍໄລຍະຂອງການປະຕິວັດ ໂດຍ ການນໍາຮຸ່ນຕ່າງໆຂອງສອງຝ່າຍ ໄດ້ເພີ່ມພູນຄູນສ້າງ, ທັງເປັນການຢັ້ງຢືນການຕັດສິນໃຈ ແລະວາງອອກວິໄສທັດ, ກໍານົດທິດສັງລວມຂອງການນໍາສູງສຸດຂອງສອງພັກ, ສອງລັດ ໃນການຍົກລະດັບການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດ ໃນໄລຍະພັດທະນາໃໝ່, ປັບປຸງການພົວພັນຕ່າງປະເທດ ໃຫ້ມີຄວາມສະດວກ, ນໍາການພົວພັນສໍາຄັນນີ້ໃຫ້ນັບມື້ນັບຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະຄວາມປາຖະໜາຂອງປະຊາຊົນສອງປະເທດ ໃນສັງກາດໃໝ່ໃຫ້ແທດຈິງກວ່າເກົ່າ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາ ຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ສະເໜີທ່ານລັດຖະມົນຕີ ໃຫ້ຮູ້ທິດທາງໃນຕໍ່ໜ້າຂອງຫວຽດນາມ-ຈີນ ໃນການເສີມຂະຫຍາຍຜົນງານ ແລະຄວາມໝາຍສໍາຄັນຂອງການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ  ແລະພັນລະຍາ?

ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມທາງລັດຖະກິດ ສປ ຈີນ ຂອງ ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາ ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ໝາກຜົນທີ່ອຸດົມສົມບູນ, ມີຄວາມໝາຍອັນໃຫຍ່ຫຼວງໃນການສ້າງພື້ນຖານສໍາຄັນໃຫ້ແກ່ການພັດທະນາຂອງປະເທດ ກໍຄື ນໍາການພົວພັນ ຫວຽດນາມ-ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນໄລຍະຈະມາເຖິງ, ບັນດາສະຫາຍການນໍາຂັ້ນສູງຂອງສອງພັກ, ສອງລັດ ຈະເອົາໃຈໃສ່ຢ່າງໃກ້ຊິດຕິດແທດ, ຊີ້ນໍາການຜັນຂະຫຍາຍບັນດາໝາກຜົນສໍາຄັນນັ້ນຢ່າງລະອຽດ. ບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນ ຈະຊາບຊຶມຄວາມຮັບຮູ້ລວມທີ່ສໍາຄັນຂອງສອງສະຫາຍເລຂາທິການໃຫຍ່, ປະທານປະເທດ ຢ່າງເລິກເຊິ່ງ, ຕັ້ງໜ້າຊຸກຍູ້ການພົບປະແລກປ່ຽນທຸກຂັ້ນ, ຍູ້ແຮງການຮ່ວມມືທີ່ແທດຈິງຕາມທິດຖືການເຊື່ອມຕໍ່ຍຸດທະສາດເປັນໃຈກາງ, ຖືປະສິດທິຜົນລະອຽດເປັນໄມ້ວັດແທກ, ຖືຜົນປະໂຫຍດຂອງປະຊາຊົນສອງປະເທດ ເປັນເປົ້າໝາຍ.

ທີໜຶ່ງແມ່ນ, ຕ້ອງແຈ້ງວິທີການທີ່ສອດຄ່ອງ ໃຫ້ບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນ ກໍຄື ປະຊາຊົນ ກ່ຽວກັບໝາກຜົນສໍາຄັນທີ່ບັນລຸໄດ້ໃນການຢຽມຢາມຢ່າງຄົບຖ້ວນ, ພິເສດແມ່ນການເພີ່ມທະວີການຮ່ວມມືທີ່ແທດຈິງລະຫວ່າງສອງຝ່າຍ, ຊ່ວຍເຮັດແຈ້ງຕື່ມອີກກ່ຽວກັບການເຊື່ອມຕໍ່ຍຸດທະສາດລະຫວ່າງຫວຽດນາມ ແລະຈີນ ໃນນະໂຍບາຍພັດທະນາ, ພື້ນຖານໂຄງລ່າງ, ການຄ້າ, ການລົງທຶນ, ໂລຈິດສະຕິກ...

ທີສອງແມ່ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ການຈັດຕັ້ງ, ວິສາຫະກິດບົນພື້ນຖານນັ້ນ ແມ່ນສ້າງແຜນການຜັນຂະຫຍາຍ, ແຜນການກະທໍາ ຫຼື ມີມາດຕະການລະອຽດທີ່ສຸດ ເພື່ອຍາດແຍ່ງ ແລະເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງການຮ່ວມມືລະຫວ່າງສອງປະເທດໃນແຕ່ລະຂົງເຂດ.

ທີສາມແມ່ນ, ສອງຝ່າຍຕ້ອງສືບຕໍ່ສົມທົບກັນ, ແລກປ່ຽນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້. ໃນການແລກປ່ຽນກັບການນໍາຈີນ, ຝ່າຍຈີນ ພ້ອມແລ້ວທີ່ຈະສ້າງແຜນການ, ມາດຕະການລະອຽດ ເພື່ອສົມທົບກັບຫວຽດນາມ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ.

ນັກຂ່າວ: ຂໍຂອບໃຈທ່ານລັດຖະມົນຕີ!

ໂດຍ: ໄຊຊະນະ