ຫວຽດນາມ ປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ໃນ IPU

ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມ, ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫົວຂໍ້ຂອງກອງປະຊຸມ IPU ປີນີ້ ສະແດງໃຫ້ເຫັນສານທີ່ມີລັກສະນະສົດໆຮ້ອນໆ ທັງມີຄວາມຈໍາເປັນ ເມື່ອໂລກພວມເຫັນປະຈັກຕາຄວາມບໍ່ສະຫງົບ, ການປະທະກັນເພີ່ມຂຶ້ນ ຍ້ອນການແກ່ງແຍ້ງດ້ານພູມສາດການເມືອງ, ການບໍ່ນັບຖືກົດໝາຍສາກົນ, ນໍາໃຊ້ກໍາລັງອາວຸດ, ທໍາລາຍພື້ນຖານໂຄງລ່າງທີ່ ຈໍາເປັນ, ສ້າງຄວາມໂສກເສົ້າ, ເສຍຫາຍໃຫ້ແກ່ປະຊາຊົນນັບສິບລ້ານຄົນ. ສົງຄາມ, ການປະທະກັນ, ປົກປ້ອງການຄ້າ, ທ່າອ່ຽງແບ່ງຂົ້ວ, ແບ່ງສາຍ ນັບມື້ນັບຈະແຈ້ງ, ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ ພວມສົ່ງຜົນກະທົບຫຼາຍດ້ານເຖິງມວນມະນຸດ. ເຕັກໂນໂລຊີບຸກທະລຸ ຄື: ປັນຍາປະດິດ ເຖິງວ່າ ນໍາເອົາກາລະໂອກາດພັດທະນາຫຼາຍຢ່າງ ແຕ່ກໍວາງອອກຄວາມຮຽກຮ້ອງຕ້ອງການໃໝ່ໃນການຄຸ້ມຄອງ, ບໍລິຫານ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມ IPU-152. ພາບ: qdnd.vn

ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ, ທ່ານ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ພວມ ແລະຈະສືບຕໍ່ພ້ອມກັບເພື່ອນມິດ, ຄູ່ຮ່ວມມື ເຂົ້າຮ່ວມຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ ເຂົ້າໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ ແລະສາກົນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ວາລະປຶກສາຫາລືລວມຂອງກອງປະຊຸມ IPU-152. ພາບ: qdnd.vn

ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ, ນໍາໃຊ້ກາລະໂອກາດ, ທ່ານປະທານສະພາແຫ່ງຊາດ ສະເໜີ IPU ແລະບັນດາລັດຖະສະພາສະມາຊິກ ຕ້ອງສືບຕໍ່ ຍູ້ແຮງກວ່າອີກ, ຮ່ວມແຮງຮ່ວມໃຈຊຸກຍູ້ການຮ່ວມມື ແລະສາມັກຄີສາກົນ, ປັບປຸງຈິດໃຈເຄົາລົບກົດໝາຍ ແລະໜູນຊ່ວຍບັນດາຂໍ້ລິເລີ່ມແຫ່ງຊາດ ເພື່ອ ສັນຕິພາບ ແລະພັດທະນາ.

ນໍາການພົວພັນສອງຝ່າຍ ຫວຽດນາມ-ຕວກກີ ຂຶ້ນສູ່ລະດັບສູງໃໝ່

ຕອນບ່າຍວັນທີ 16 ເມສາ, ຕາມເວລາທ້ອງຖິ່ນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Recep Tayyip Erdogan ປະທານາທິບໍດີ ຕວກກີ.

ທີ່ການພົບປະ, ທ່ານ Recep Tayyip Erdogan ຢັ້ງຢືນວ່າ ຕວກກີ ຖືເປັນສໍາຄັນການພົວພັນກັບຫວຽດນາມ ແລະປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍ ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Recep Tayyip Erdogan ປະທານາທິບໍດີ ຕວກກີ. ພາບ: qdnd.vn

ເຫັນດີກັບທ່ານ Recep Tayyip Erdogan, ທ່ານ ເຈິ່ນແທັງເໝິນ ຖືວ່າ ພາຍຫຼັງເກືອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນ ຫວຽດນາມ-ຕວກກີ ໄດ້ພັດທະນາໃນລະດັບສູງໃໝ່, ຍຸດທະສາດກວ່າ, ຕ້ອງຍົກລະດັບການພົວພັນໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ແງ່ຫວັງຂອງ ສອງປະເທດ.

ຢັ້ງຢືນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ ແມ່ນຍັງຫຼາຍ ຢູ່, ທ່ານ Recep Tayyip Erdogan ແລະທ່ານ ເຈິ່ນແທັງເໝິນ ເນັ້ນໜັກເຖິງການນໍາເສດຖະກິດ, ການຄ້າ ແລະການລົງທຶນ ເປັນເສົາຄໍ້າຮ່ວມມືສໍາຄັນ, ສ້າງເງື່ອນໄຂສະດວກ ເພື່ອບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງ ປະເທດ ຂຶ້ນເປັນ 4 ຕື້ໂດລາ, ສືບຕໍ່ສົ່ງເສີມວິສາຫະກິດຕວກກີ ລົງທຶນເຂົ້າຫວຽດນາມ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຫວຽດ ນາມ.

ໃນບັນຍາກາດໄມຕີຈິດມິດຕະພາບ, ເປີດອົກເປີດໃຈ, ການນໍາສອງປະເທດ ເຫັນດີສືບຕໍ່ຮັກສາການແລກປ່ຽນຂັ້ນສູງ, ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີໃນປັດຈຸບັນຢ່າງມີປະສິດທິຜົນ, ຜ່ານນັ້ນປະກອບສ່ວນຮັດແໜ້ນກວ່າອີກການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະຕວກກີ ໃນໄລຍະຈະມາເຖິງ.

* ຕອນບ່າຍວັນດຽວກັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Patrick Achi ປະທານສະພາ ແຫ່ງຊາດ Ivory Coast.

ທີ່ການພົບປະ, ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນມິດຕະພາບກັບບັນດາປະເທດອາຟຣີກາ, ໃນນັ້ນ Ivory Coast ເປັນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນ; ເປັນ “ປະຕູ” ເພື່ອໃຫ້ຫວຽດນາມ ເຂົ້າເຖິງ, ຊຸກຍູ້ການພົວພັນກັບບັນດາປະເທດ ອາຟຣີກາ ຕາເວັນຕົກ.

* ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ IPU-152, ຕອນເຊົ້າວັນທີ 16 ເມສາ, ຕາມເວລາທ້ອງຖິ່ນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ S.Papuashvili ປະທານສະພາແຫ່ງຊາດ Georgia.

* ຕອນບ່າຍວັນດຽວກັນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານ Yerlan Koshanov ປະທານສະພາຕໍ່າ ກາຊັກສະຖານ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Yerlan Koshanov ປະທານສະພາຕໍ່າ ກາຊັກສະຖານ. ພາບ: qdnd.vn

ທີ່ການພົບປະ, ສອງຝ່າຍ ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ເວທີລັດຖະສະພາຫຼາຍຝ່າຍ, ພິເສດແມ່ນ IPU, ເສີມຂະຫຍາຍບົດບາດຂອງລັດຖະສະພາໃນການຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ ຢູ່ພາກພື້ນ ແລະໃນໂລກ.

* ຕອນບ່າຍວັນທີ 16 ເມສາ, ຕາມເວລາທ້ອງຖິ່ນ, ທີ່ Istanbul, ໃນຂອບເຂດການເຄື່ອນໄຫວເຮັດວຽກຢູ່ ຕວກກີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສົນທະນານະໂຍບາຍຊຸກຍູ້ການຮ່ວມມື ຫວຽດນາມ - ຕວກກີ.

* ຕອນຄໍ່າວັນດຽວກັນ, ທີ່ວັງ Dolmabahce, Istanbul, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະບັນດາປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ IPU-152 ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຂອງທ່ານ Recep Tayyip Erdogan ປະທານາທິບໍດີ ຕວກກີ.

ໂດຍ: ໄຊຊະນະ