ຄະນະໂຄສະນາສຶກສາສູນກາງ ພົບປະເຈລະຈາກັບຄະນະແນວຄິດສູນກາງພັກກອມມູນິດກູບາ
ກປ.ອອນໄລ - ຕອນເຊົ້າວັນທີ 18 ພະຈິກ, ຄະນະໂຄສະນາສຶກສາສູນກາງພັັກກອມມູນິດຫວຽດນາມ ຈັດຕັ້ງກອງປະຊຸມພົບປະທາງໄກກັບຄະນະແນວຄິດສູນກາງພັກກອມມູນິດກູບາ.
ທ່ານ ຫງວຽນຈ້ອງເຫງັຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະທ່ານ Rogelio Polanco ເລຂາທິການສູນກາງພັກ, ຫົວໜ້າຄະນະແນວຄິດສູນກາງພັກກອມມູນິດກູບາ ເປັນປະທານກອງປະຊຸມ.
ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຫງວຽນຈ້ອງເຫງັຍ ເນັ້ນໜັກເຖິງການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອພິເສດລະຫວ່າງສອງປະເທດ, ຍົກໃຫ້ເຫັນວ່າການຈັດຕັ້ງກອງປະຊຸມພົບປະໃນຈຸດເວລານີ້ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນໃນຂົງເຂດທີ່ຕ່າງມີຄວາມສົນໃຈ; ສະແດງຄວາມນັບຖື, ຄວາມຕັດສິນໃຈເພີ່ມທະວີ ແລະເຮັດໃຫ້ມູນເຊື້ອການພົວພັນສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ເລິກເຊິ່ງຂຶ້ນຕື່ມ.
    |
 |
ສະຫາຍ ຫງວຽນຈ້ອງເຫງັຍ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມພົບປະທາງໄກຢູ່ຫວຽດນາມ. ພາບ: ໝີ້້ແຮ້ງ. |
ທີ່ກອງປະຊຸມ, ທ່ານ ຫງວຽນຈ້ອງເຫງັຍ ແບ່ງປັນບາງບົດຮຽນໃນວຽກງານກໍ່ສ້າງພັກກ່ຽວກັບແນວຄິດຂອງພັກກອມມູນິດຫວຽດນາມ. ເພື່ອສືບຕໍ່ຍົກສູງວຽກງານກໍ່ສ້າງພັກ ກ່ຽວກັບແນວຄິດໃນສະພາບປັດຈຸບັນ, ທ່ານ ເນັ້ນໜັກເຖິງບັນດາໜ້າທີ່, ມາດຕະການ, ນັ້ນແມ່ນ: ຍົກສູງຈິນຕະນາການທິດສະດີຂອງພັກ, ຍູ້ແຮງການສະຫຼຸບພຶດຕິກໍາຕົວຈິງ, ຄົ້ນຄວ້າທິດສະດີ, ສະໜອງພື້ນຖານວິທະຍາສາດໃຫ້ແກ່ການວາງແຜນແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຢ່າງທັນການ...
ສອງຝ່າຍເຫັນດີເປັນເອກະພາບ, ໃນໄລຍະຈະມາເຖິງ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະຄະນະແນວຄິດສູນກາງພັກ ກອມມູນິດກູບາ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີທ່າແຮງ, ສອດຄ່ອງກັບພາລະບົດບາດ, ໜ້າທີ່ຂອງແຕ່ລະຝ່າຍ, ປະກອບສ່ວນຍູ້ແຮງການພົວພັນລະຫວ່າງສອງພັກ, ຫັນຮູບການຮ່ວມມືໃຫ້ເປັນຫຼາຍຮູບຫຼາຍແບບ. ໃນສະເພາະໜ້າ, ສອງຝ່າຍສົມທົບກັນຈັດຕັ້ງກອງປະຊຸມສໍາມະນາທິດສະດີ ຄັ້ງທີ V ລະຫວ່າງສອງພັກ ເມື່ອເປັນໄປໄດ້.
ໂດຍ: ກວຽດເຕິມ