leftcenterrightdel
ທ່ານ ເຈິ່ນຕ້ວນແອງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ. ພາບ: ຮວາກວິ່ງ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ທ່ານ ເຈິ່ນຕ້ວນແອງ ຢືນຢັນວ່າ ສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນຮ່ວມມືອັນດີງາມພິເສດທີ່ສຸດ. ແບ່ງປັນກ່ຽວກັບຄວາມຫຍຸ້ງຍາກທີ່ປະເທດລາວ ພວມປະເຊີນໜ້າຍ້ອນພະຍາດໂຄວິດ-19, ທ່ານເຈິ່ນຕ້ວນແອງ ຢືນຢັນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ປົກປັກຮັກສາ ແລະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງເພື່ອໃຫ້ສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ຖືນີ້ເປັນໜ້າທີ່ຍຸດທະສາດ, ມີຄວາມໝາຍເປັນຕາຍຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະປັບຕົວຢ່າງມີໄຫວພິບ, ຟື້ນຟູການພັດທະນາເສດຖະກິດ-ສັງຄົມ ໃນສະພາບການໃໝ່. ທ່ານຢືນຢັນວ່າ ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ເຄົາລົບ, ຮັກສາ ແລະປາດຖະໜາຢາກຮັດແໜ້ນສາຍພົວພັນຮ່ວມມືແບບພິເສດກັບຫວຽດນາມ ໃນທຸກດ້ານ.

leftcenterrightdel
ທ່ານ ເຈິ່ນຕ້ວນແອງ ຫົວໜ້າຄະນະເສດຖະກິດສູນກາງ ຕ້ອນຮັບທ່ານນາງ Deborah Paul ເອກອັກຄະລັດຖະທູດການາດາ ປະຈໍາ ຫວຽດນາມ. ພາບ: ຮວາກວິ່ງ.

ທີ່ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ Deborah Paul ເອກອັກຄະລັດຖະທູດການາດາ, ທ່ານ ເຈິ່ນຕ້ວນແອງ ຂອບໃຈການຊ່ວຍເຫຼືອຢ່າງແທດຈິງຂອງລັດຖະບານ ແລະປະຊາຊົນການາດາ ໃຫ້ແກ່ຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຢູ່ພາກກາງຂອງຫວຽດນາມ ໃນໄລຍະຜ່ານມາ; ພ້ອມທັງສະເໜີ ການາດາ ສືບຕໍ່ຊ່ວຍເຫຼືອຫວຽດນາມ ໃນການເຂົ້າເຖິງແຫຼ່ງວັກຊິນກັນໂຄວິດ-19 ແລະການຮ່ວມມືດ້ານການແພດເພື່ອປ້ອງກັນເຊື້ອພະຍາດ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ເຈິ່ນຕ້ວນແອງ ຢືນຢັນວ່າ: ພັກ  ແລະລັດຫວຽດນາມ  ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ; ສະເໜີໃຫ້ສອງປະເທດຍູ້ແຮງການຮ່ວມມືຮອບດ້ານໃຫ້ນັບມື້ນັບພັດທະນາຢ່າງແຮງ, ມີປະສິດທິຜົນ ແລະແທດຈິງ...

ທ່ານນາງເອກອັກຄະລັດຖະທູດ Deborah Paul ເນັ້ນໜັກວ່າ ການາດາ ຖືການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ເປັນສໍາຄັນ ແລະຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ; ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນອັນດີງາມລະຫວ່າງຫວຽດນາມ ແລະການາດາ ຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາກວ່າອີກ.

ໂດຍ: ທະນາພອນ