ທ່ານ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ເພື່ອແນໃສ່ເພີ່ມທະວີການຮ່ວມມືກັບປະເທດຕ່າງໆ, ຊ່ວຍຄວບຄຸມພະຍາດໂຄວິດ-19 ແລະໜູນຊ່ວຍໂລກຜ່ານຜ່າຄວາມຫຍຸ້ງຍາກ. ທ່ານ ຫງວຽນຊວນຟຸກ ຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19 ແລະບໍລິສັດ Pfizer ຈະມອບໂອນວັກຊິນຈຳນວນ 31 ລ້ານໂດສ ໃຫ້ແກ່ຫວຽດນາມ ໃນປີ 2021, ພ້ອມກັບວັກຊິນຈຳນວນ 20 ລ້ານໂດສ ເພື່ອສັກໃຫ້ເດັກນ້ອຍທີ່ມີອາຍຸແຕ່ 12 ເຖິງ 18 ປີ ຕາມຄຳໝັ້ນສັນຍາຈາກ Pfizer ໃນການຢ້ຽມຢາມສໍານັກງານຂອງບໍລິສັດ Pfizer ຢູ່ນິວຢອກ, ອາເມລິກາ ຂອງທ່ານປະທານປະເທດຫວຽດນາມ ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ໃນລະຫວ່າງວັນທີ 21-24 ກັນຍາ 2021.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ. ພາບ: ສຳນັກຂ່າວສານຫວຽດນາມ.

ກໍ່ໃນວັນດຽວກັນ, ຢູ່ສະຖາບັນອະນາໄມ ແລະລະບາດວິທະຍາສູນກາງ ໄດ້ດຳເນີນພິທີມອບ-ຮັບຕູ້ເກັບຮັກສາວັກຊິນ Pfizer 77 ໜ່ວຍ ໃນຈຳນວນ 111 ໜ່ວຍ ໂດຍລັດຖະບານອາເມລິກາ ອຸປະຖຳ ຜ່ານກະຊວງປ້ອງກັນປະເທດອາເມລິກາ.

ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານ ເຈືອງກ໊ວກເກື່ອງ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ແລະຕີລາຄາສູງຕໍ່ການໜູນຊ່ວຍຢ່າງທັນການ, ມີປະສິດທິຜົນຂອງລັດຖະບານອາເມລິກາ ທີ່ສະຫງວນໃຫ້ຫວຽດນາມ ໃນໄລຍະຜ່ານມາ. ການຊ່ວຍເຫຼືອນີ້ແມ່ນໃຫຍ່ຫຼວງ, ລ້ຳຄ່າ ແລະມີຄວາມໝາຍທີ່ສຸດ, ຊ່ວຍຫວຽດນາມ ຄວບຄຸມໂລກລະບາດໂດຍໄວ, ເຮັດໃຫ້ຊີວິດການເປັນຢູ່ກັບຄືນເປັນປົກກະຕິ ແລະຟື້ນຟູການຜະລິດເທື່ອລະກ້າວ.

ໂດຍ: ແສງເດືອນ