ທີ່ການພົບປະ, ການນຳບັນດາປະເທດຕີລາຄາສູງຕໍ່ເລື່ອງຫວຽດນາມ ດຳລົງຕຳແໜ່ງສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ແລະໄດ້ມີການປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງເຂົ້າໃນວຽກງານລວມຂອງໂລກ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຖານະບົດບາດ, ທີ່ຕັ້ງນັບມື້ນັບສູງຂອງຫວຽດນາມ ໃນເວທີສາກົນ. ສຳລັບບັນຫາພາກພື້ນ ແລະສາກົນທ່ີຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານປະທານປະເທດຫວຽດນາມ ແລະການນຳບັນດາປະເທດຢັ້ງຢືນວ່າ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກແມ່ນຄວາມເອົາໃຈໃສ່ລວມ; ເນັ້ນໜັກເຖິງການຂັດແຍ້ງກັນຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ.

* ຕອນບ່າຍວັນທີ 21 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະທ່ານປະທານທະນາຄານໂລກ (WB) David Malpass. ທ່ານ ຫງວຽນຊວນຟຸກ ສະແດງຄວາມຂອບອົກຂອບໃຈ WB ທີ່ໄດ້ຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ 6,2 ລ້ານໂດລາສະຫະລັດ ປີ 2020 ແລະສະໜັບສະໜູນອະນຸຍາດໃຫ້ຫວຽດນາມ ໂຈະການຊຳລະໜີ້ບ້ວງເງິນ IDA ເພື່ອສະຫງວນແຫຼ່ງກໍາລັງຊ້ືວັກຊິນ, ວັດຖຸອຸປະກອນການແພດທີ່ຈຳເປັນ ເພື່ອຍົກສູງກຳລັງຄວາມສາມາດປ້ອງກັນ, ຕ້ານໂລກລະບາດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່, ປ້ອງກັນ, ຕ້ານໂລກລະບາດ ພ້ອມທັງມານະພະຍາຍາມຮັກສາການເຄື່ອນໄຫວເສດຖະກິດ, ການຜະລິດ, ຕ່ອງໂສ້ສະໜອງ, ມຸ່ງໄປເຖິງການຮັບມືປອດໄພກັບໂລກລະບາດ. ທ່ານ ຫງວຽນຊວນຟຸກ ສະເໜີມາດຕະການ ເພື່ອຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ WB, ໃນນ້ັນມີເລື່ອງສະເໜີໃຫ້ WB ສືບຕໍ່ໃຫ້ຄໍາປຶກສານະໂຍບາຍແກ່ຫວຽດນາມ ໃນການຟື້ນຟູເສດຖະກິດຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຄືສືບຕໍ່ໜູນຊ່ວຍຫວຽດນາມ ໄດ້ຮັບບູລິມະສິດເຂົ້າເຖິງ ແລະຊ້ືວັກຊິນ, ຖ່າຍທອດເຕັກໂນໂລຢີ, ຜະລິດວັກຊິນຢູ່ຫວຽດນາມ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານທະນາຄານໂລກ (WB) David Malpass. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ David Malpass ຕີລາຄາສູງ ແລະປະທັບໃຈຕໍ່ຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືຟື້ນຟູເສດຖະກິດໃນສະພາບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ. ທ່ານ David Malpass ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານຫວຽດນາມ ທີ່ໄດ້ສົມທົບຢ່າງແໜ້ນແຟ້ນກັບ WB ໃນໄລຍະຜ່ານມາ, ທ່ານ ເນັ້ນໜັກວ່າຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຍູ້ແຮງການໃຫ້ຄໍາປຶກສານະໂຍບາຍຊ່ວຍຫວຽດນາມ ປະຕິບັດເປົ້າໝາຍໃຫ້ສຳເລັດ ເພື່ອກາຍເປັນປະເທດພັດທະນາ, ມີລາຍຮັບປານກາງສູງໃນປີ 2045.

ໂດຍ: ແສງເດືອນ