ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ເຖິງວ່າສອງປະເທດຕັ້ງຢູ່ຫ່າງໄກກໍ່ຕາມ, ແຕ່ປະຊາຊົນຫວຽດນາມ ຍາມໃດກໍ່ຢູ່ຄຽງຂ້າງປະຊາຊົນກູບາ; ປະກອບສ່ວນເຂົ້າໃນການພົວພັນອັນດີງາມລະຫວ່າງສອງປະເທດ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Noemi Rabaza Fernandezz ຮອງປະທານຜູ້ທີໜຶ່ງຂອງສະຖາບັນມິດຕະພາບກູບາ ກັບປະຊາຊາດ (ICAP). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Fernandez ໃຫ້ຮູ້ວ່າ ກູບາ ມານະພະຍາຍາມສຶກສາອົບຮົມຄົນຮຸ່ນໜຸ່ມກ່ຽວກັບນໍ້າໃຈພິເສດຂອງປະຊາຊົນສອງຊາດ. ສອງປະເທດຕ້ອງມານະພະຍາຍາມເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ຢືນຢັນວ່າ: “ມື້ນີ້, ມື້ອື່ນ ແລະຕະຫຼອດໄປປະຊາຊົນກູບາ ຈະສະໜັບສະໜູນຫວຽດນາມ ໃນທຸກສະພາບການ”.

ສະແດງຄວາມເປັນກຽດທີ່ໄດ້ພົບປະກັບທ່ານປະທານປະເທດ ຫງວຽນຊວນຟຸກ, ທ່ານນາງປະທານສະມາຄົມມິດຕະພາບກູບາ-ຫວຽດນາມ Maria Yolanda Ferrer Gomez ຢືນຢັນວ່າ ສະມາຊິກທັງໝົດຂອງສະມາຄົມມິດຕະພາບກູບາ-ຫວຽດນາມ ມີຄວາມເອກອ້າງທະນົງໃຈຕໍ່ຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງຕົນທີ່ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ຕາງໜ້າໄວໜຸ່ມຂອງກູບາ, ທ່ານ Suniel Sosa Cordero - ຫົວໜ້າພະແນກພົວພັນສາກົນຂອງສູນກາງຊາວໜຸ່ມກອມມູນິດກູບາ ຢືນຢັນວ່າ ກູບາ ຈະສືບທອດມູນເຊື້ອຂອງຄົນຮຸ່ນກ່ອນ.

ທ່ານປະທານປະເທດຢືນຢັນວ່າ ການເຄື່ອນໄຫວສາມັກຄີຂອງກູບາ ກັບຫວຽດນາມ ແມ່ນແຫຼ່ງກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນຫວຽດນາມ ໃນເມື່ອກ່ອນ ກໍ່ຄືໃນປະຈຸບັນ. ກົງກັນຂ້າມ, ປະຊາຊົນຫວຽດນາມ ຍາມໃດກໍ່ແບ່ງປັນ, ສະຫງວນນໍ້າໃຈອັນອົບອຸ່ນໃຫ້ປະຊາຊົນກູບາ, ເປັນຕົ້ນແມ່ນຍາມທີ່ກູບາ ປະສົບຄວາມຫຍຸ້ງຍາກທີ່ສຸດ.

ໂດຍ: ທະນາພອນ