leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ. ພາບ: nhandan.com.vn.

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ Miguel Díaz-Canel ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສ.ກູບາ, ຮຸ່ງເຊົ້າວັນທີ 18 ກັນຍາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ນໍາໜ້າຄະນະຜູ້ແທນຂັ້ນສູງພັກ ແລະລັດຫວຽດນາມ ໄດ້ອອກຈາກຮ່າໂນ້ຍ ເດີນທາງໄປຢ້ຽມຢາມ ກູບາ ຢ່າງເປັນທາງການໃນລະຫວ່າງວັນທີ 18-20 ກັນຍາ.

ຫຼັງຈາກນັ້ນ, ແຕ່ວັນທີ 21 ຫາວັນທີ 24 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະດໍາເນີນບາງການເຄື່ອນໄຫວສອງຝ່າຍຢູ່ ສະຫະລັດ ອາເມລິກາ.

ໂດຍ: ດັ້ງເກື່ອງ