ສະຫາຍ ຟຸ່ງກວາງແທງ, ເກີດເມື່ອວັນທີ 2 ກຸມພາ 1949; ບ້ານເກີດ: ຕາແສງແທກດາ, ເມືອງເມລິງ, ນະຄອນຮ່າໂນ້ຍ; ອາໄສຢູ່ເຮືອນເລກທີ 10, ຮ່ອມ 9, ຖະໜົນ ຫງວຽນຈີເຟືອງ, ຕາແສງດ້ຽນບຽນ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ; ເຂົ້າຮ່ວມການປະຕິວັດເດືອນ 7-1967; ເຂົ້າເປັນສະມາຊິກພັກ ວັນທີ 11-6-1968; ກໍາມະການສູນກາງພັກ ສະໄໝ ທີ IX, X, XI; ກໍາມະການກົມການເມືອງ ສະໄໝ ທີ X, XI; ສະມາຊິກສະພາແຫ່ງຊາດ ຊຸດທີ XI, XII, XIII; ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ພາຍຫຼັງທີ່ຖືກເຈັບເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການເອົາໃຈໃສ່ເບິ່ງແຍງ, ການປິ່ນປົວຈົນສຸດຄວາມສາມາດຈາກພັກ-ລັດ, ຄອບຄົວຍາດພີ່ນ້ອງ, ຄະນະແພດໝໍແລ້ວ, ແຕ່ກໍບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້, ສະຫາຍ ໄດ້ສິ້ນລົມຫາຍໃຈໃນເວລາ 3 ໂມງ 45 ນາທີ ຂອງວັນທີ 11 ກັນຍາ 2021 (ກົງກັບວັນທີ 5 ສິງຫາ ປີສະລູ), ລວມອາຍຸໄດ້ 73 ປີ.

50 ກວ່າປີແຫ່ງການເຄື່ອນໄຫວປະຕິວັດ, ສະຫາຍ ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະຂອງຊາດ. ສະນັ້ນ, ສະຫາຍ ຈຶ່ງໄດ້ຮັບປະດັບຫຼຽນໄຊໂຮ່ຈີມິນ, ນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ, ຫຼຽນກາຂອງພັກ 50 ປີ ແລະຫຼຽນກາ, ຫຼຽນໄຊອັນສູງສົ່ງອື່ນໆຫຼາຍຫຼຽນຈາກພັກ ແລະລັດ.

leftcenterrightdel
ສະຫາຍພົນເອກ ຟຸ່ງກວາງແທງ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອຈາລຶກຄຸນງາມຄວາມດີຂອງສະຫາຍພົນເອກ ຟຸ່ງກວາງແທງ ທີ່ໄດ້ອຸທິດແກ່ປະເທດຊາດ ແລະການປະຕິວັດ, ດ້ວຍຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ, ລັດຖະບານ ແຫ່ງ ສສ ຫວຽດນາມ, ຄະນະກໍາມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕົກລົງຈັດຕັ້ງພິທີງານຊາປະນະກິດສົບ ສະຫາຍ ຟຸ່ງກວາງແທງ ຕາມພິທີການລະດັບຊາດ.  

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ປະທານປະເທດ ແຫ່ງ ສສ ຫວຽດນາມ

ລັດຖະບານແຫ່ງ ສສ ຫວຽດນາມ

ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ

ຊີວະປະຫວັດຂອງສະຫາຍພົນເອກ ຟຸ່ງກວາງແທງ ອະດີດກໍາມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

ສະຫາຍພົນເອກ ຟຸ່ງກວາງແທງ, ເກີດເມື່ອວັນທີ 2 ກຸມພາ 1949; ບ້ານເກີດ: ຕາແສງແທກດາ, ເມືອງເມລິງ, ນະຄອນຮ່າໂນ້ຍ; ອາໄສຢູ່ເຮືອນເລກທີ 10, ຮ່ອມ 9, ຖະໜົນ ຫງວຽນຈີເຟືອງ, ຕາແສງດ້ຽນບຽນ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ; ເຂົ້າຮ່ວມການປະຕິວັດເດືອນ 7-1967; ເຂົ້າເປັນສະມາຊິກພັກ ວັນທີ 11-6-1968.

ປະຫວັດການເຮັດວຽກ

ແຕ່ເດືອນ 7-1967 ເຖິງເດືອນ 2-1968: ນັກຮົບ, ກອງພັນ 20, ກອງພົນ 312.

ແຕ່ເດືອນ 3-1968 ເຖິງເດືອນ 10-1971: ຮອງຫົວໜ້າໝູ່, ຫົວໜ້າໝູ່, ຮອງຫົວໜ້າໝວດ, ຫົວໜ້າໝວດ, ຮອງຫົວໜ້າກອງຮ້ອຍ, ຫົວໜ້າກອງຮ້ອຍ 9, ກອງພັນທີ 9, ກອງພັນໃຫຍ່ 64, ກອງພົນ 320.

ແຕ່ເດືອນ 11-1971 ເຖິງເດືອນ 7-1972: ໄດ້ຮັບການກໍ່ສ້າງເປັນພະນັກງານກອງພັນ, ໂຮງຮຽນນາຍທະຫານບົກ ທີ 1.

ແຕ່ເດືອນ 8-1972 ເຖິງເດືອນ 7-1974: ຮອງຫົວໜ້າກອງພັນ, ຫົວໜ້າກອງພັນທີ 9, ກອງພັນໃຫຍ່ 64, ກອງພົນ 320B.

ແຕ່ເດືອນ 8-1974 ເຖິງເດືອນ 12-1976: ໄດ້ຮັບການກໍ່ສ້າງເປັນພະນັກງານກອງພັນໃຫຍ່ ທີ່ວິທະຍາຄານການທະຫານ (ປັດຈຸບັນແມ່ນວິທະຍາຄານທະຫານບົກ).

ແຕ່ເດືອນ 1-1977 ເຖິງເດືອນ 11-1977: ເປັນເສນາທິການກອງພັນໃຫຍ່ 64, ກອງພົນ 320B, ກອງພົນໃຫຍ່ ທີ 1.

ແຕ່ເດືອນ 12-1977 ເຖິງເດືອນ 4-1979: ຮຽນຢູ່ໂຮງຮຽນວັດທະນະທໍາ ກອງພົນໃຫຍ່ ທີ 1.

ແຕ່ເດືອນ 5-1979 ເຖິງເດືອນ 12-1982: ຮອງຫົວໜ້າກອງພັນໃຫຍ່, ຫົວໜ້າກອງພັນໃຫຍ່ 64, ກອງພົນ 390, ກອງພົນໃຫຍ່ທີ 1.

ແຕ່ເດືອນ 1-1983 ເຖິງເດືອນ 10-1983: ໄດ້ຮັບການກໍ່ສ້າງເປັນຫົວໜ້າກອງພັນໃຫຍ່ທະຫານບົກຍານເກາະ ຢູ່ໂຊວຽດ.

ແຕ່ເດືອນ 11-1983 ເຖິງເດືອນ 4-1984: ຮອງຫົວໜ້າກອງພົນ ທັງເປັນເສນາທິການກອງພົນ 390, ກອງພົນໃຫຍ່ທີ 1.

ແຕ່ເດືອນ 5-1984 ເຖິງເດືອນ 2-1986: ຮຽນພາສາລັດເຊຍ ຢູ່ມະຫາວິທະຍາໄລພາສາຕ່າງປະເທດການທະຫານ (ປັດຈຸບັນແມ່ນວິທະຍາຄານວິທະຍາສາດການທະຫານ).

ແຕ່ເດືອນ 3-1986 ເຖິງເດືອນ 8-1986: ໄດ້ຮັບການກໍ່ສ້າງຢູ່ວິທະຍາຄານການທະຫານຂັ້ນສູງ (ປັດຈຸບັນແມ່ນວິທະຍາຄານປ້ອງກັນຊາດ).

ແຕ່ເດືອນ 9-1986 ເຖິງເດືອນ 7-1988: ຮອງຫົວໜ້າກອງພົນ ທັງເປັນເສນາທິການ, ຮັບຜິດຊອບຫົວໜ້າກອງພົນ, ຫົວໜ້າກອງພົນ 390, ກອງພົນໃຫຍ່ທີ 1.

ແຕ່ເດືອນ 8-1988 ເຖິງເດືອນ 2-1989: ຫົວໜ້າກອງພົນ 312, ກອງພົນໃຫຍ່ທີ 1.

ແຕ່ເດືອນ 3-1989 ເຖິງເດືອນ 7-1989: ຮຽນພາສາລັດເຊຍ ຢູ່ວິທະຍາຄານເຕັກນິກການທະຫານ.

ແຕ່ເດືອນ 8-1989 ເຖິງເດືອນ 8-1990: ໄດ້ຮັບການກໍ່ສ້າງເປັນຜູ້ບັນຊາ-ເສນາທິການ, ຢູ່ວິທະຍາຄານ Voroshilov, ກົມໃຫຍ່ເສນາທິການ (ໂຊວຽດ).

ແຕ່ເດືອນ 9-1990 ເຖິງເດືອນ 1-1991: ໄດ້ຮັບການກໍ່ສ້າງສົມທົບເຫຼົ່າຮົບ, ຢູ່ວິທະຍາຄານການທະຫານຂັ້ນສູງ (ປັດຈຸບັນແມ່ນວິທະຍາຄານປ້ອງກັນຊາດ).

ແຕ່ເດືອນ 2-1991 ເຖິງເດືອນ 8-1991: ຮັບຜິດຊອບເສນາທິການກອງພົນໃຫຍ່ທີ 1.

ແຕ່ເດືອນ 9-1991 ເຖິງເດືອນ 1-1994: ຫົວໜ້າກອງພົນ 312, ກອງພົນໃຫຍ່ທີ 1.

ແຕ່ເດືອນ 2-1994 ເຖິງເດືອນ 8-1997: ຮອງຫົວໜ້າ, ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການ.

ແຕ່ເດືອນ 9-1997 ເຖິງເດືອນ 1-1998: ຮຽນທິດສະດີການເມືອງລະດັບສູງ, ວິທະຍາຄານການເມືອງ-ການທະຫານ.

ແຕ່ເດືອນ 2-1998 ເຖິງເດືອນ 5-2001: ຜູ້ບັນຊາການທະຫານເຂດ 1.

ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ IX ຂອງພັກ (ເດືອນ 4-2001), ສະຫາຍ ໄດ້ຮັບເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກ.

ແຕ່ເດືອນ 6-2001 ເຖິງເດືອນ 5-2006: ເປັນກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ (ເດືອນ 4-2006), ສະຫາຍ ໄດ້ຮັບເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກ ອີກສະໄໝໜຶ່ງ ແລະຄະນະບໍລິຫານງານສູນກາງພັກ ໄດ້ເລືອກຕັ້ງສະຫາຍເຂົ້າກົມການເມືອງ ແລະໄດ້ຮັບແຕ່ງຕັ້ງເປັນຮອງເລຂາຄະນະພັກການທະຫານສູນກາງ; ລັດຖະມົນຕີກະຊວງປ້ອງກັນປະເທດ (ເດືອນ 6-2006).

ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ (ເດືອນ 1-2011), ສະຫາຍ ສືບຕໍ່ໄດ້ຮັບເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກ, ແລະຄະນະບໍລິຫານງານສູນກາງພັກ ເລືອກຕັ້ງສະຫາຍເຂົ້າກົມການເມືອງອີກສະໄໝໜຶ່ງ, ສືບຕໍ່ດໍາລົງຕໍາແໜ່ງເປັນຮອງເລຂາຄະນະພັກການທະຫານສູນກາງ; ລັດຖະມົນຕີກະຊວງປ້ອງກັນປະເທດ (ເຖິງເດືອນ 4-2016).

ເດືອນ 10-2016: ສະຫາຍ ໄດ້ພັກການ-ຮັບບໍານານ.

ສະຫາຍ ເປັນກໍາມະການຄະນະບໍລິຫານງານສູນກາງພັກ ສະໄໝ ທີ IX, X, XI; ກໍາມະການກົມການເມືອງ ສະໄໝ ທີ X, XI. ສະມາຊິກສະພາແຫ່ງຊາດ ຊຸດທີ XI, XII, XIII.

ສະຫາຍ ໄດ້ຮັບເລື່ອນຊັ້ນເປັນພົນຈັດຕະວາ ເດືອນ 10-1994; ເລື່ອນຊັ້ນເປັນພົນຕີ ເດືອນ 11-1999; ເປັນພົນໂທ ເດືອນ 6-2003; ແລະເລື່ອນຊັ້ນເປັນພົນເອກ ເດືອນ 7-2007.

ຍ້ອນມີຄຸນງາມຄວາມດີ ແລະຜົນງານດີເດັ່ນຕໍ່ພາລະກິດການປະຕິວັດຂອງພັກ, ຂອງຊາດ ແລະກອງທັບ. ເພື່ອເປັນການສັນລະເສີນກຽດຕິຄຸນຂອງສະຫາຍ, ພັກ, ລັດ ໄດ້ມອບຫຼຽນໄຊໂຮ່ຈີມິນ, ນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ, ຫຼຽນກາຂອງພັກ 50 ປີ ແລະຫຼຽນໄຊ, ຫຼຽນກາອັນສູງສົ່ງຫຼາຍຫຼຽນ.

ແຈ້ງການພິທີງານຊາປະນະກິດສົບ ສະຫາຍພົນເອກ ຟຸ່ງກວາງແທງ 

ຄະນະເລຂາທິການສູນກາງພັກ ໄດ້ຕົກລົງແຕ່ງຕັ້ງຄະນະຈັດຕັ້ງພິທີງານຊາປະນະກິດສົບລະດັບຊາດ, ລວມມີ 24 ສະຫາຍ, ໂດຍສະຫາຍ ຟ້າມບິ່ງມິນ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເປັນຫົວໜ້າ.

ໂລງສົບຂອງສະຫາຍ ຟຸ່ງກວາງແທງ ໄດ້ບໍາເພັນກຸສົນໄວ້ຢູ່ທີ່ຫໍຈັດງານຊາປະນະກິດສົບແຫ່ງຊາດ-ຮ່າໂນ້ຍ, ເລກທີ 5 ເຈິ່ນແທັງຕົງ, ນະຄອນຮ່າໂນ້ຍ.

ພິທີໄວ້ອາໄລ ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2021, ແຕ່ເວລາ 7 ໂມງ ເຖິງ 11 ໂມງ 30 ນາທີ.

ພິທີເຄົາລົບສົບ ແຕ່ເວລາ 12 ໂມງ 30 ນາທີ, ຂອງວັນທີ 15 ກັນຍາ 2021.

ພິທີປົງສົບ ແຕ່ເວລາ 15 ໂມງ 30 ນາທີຂອງວັນດຽວກັນ ຢູ່ສຸສານຕາແສງແທກດາ, ເມືອງເມລິງ, ນະຄອນຮ່າໂນ້ຍ.

ຄະນະຈັດຕັ້ງພິທີງານຊາປະນະກິດສົບ

 

ໂດຍ: ໄຊຊະນະ