ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມລວມມີຜູ້ຕາງໜ້າບັນດາກະຊວງ: ອຸດສາຫະກຳ ແລະການຄ້າ, ການຕ່າງປະເທດ, ການເງິນ, ແຜນການ ແລະການລົງທຶນໂດຍທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະທ່ານ ເຈິ່ນກ໊ວກແຄ໊ງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ນໍາໜ້າຄະນະ.

ທີ່ກອງປະຊຸມ, ລັດຖະມົນຕີບັນດາປະເທດອາຊຽນ ແລະຄູ່ຮ່ວມມືໄດ້ແລກປ່ຽນກ່ຽວກັບສະພາບເສດຖະກິດພາກພື້ນ ແລະທົ່ວໂລກໃນໄລຍະຜ່ານມາ, ບັນດາການຄາດຄະເນໃຫ້ເສດຖະກິດທົ່ວໂລກໃນປີ 2022 ແລະສະຫງວນເວລາແບ່ງປັນຂໍ້ມູນຂ່າວສານ, ອັບເດດສະພາບການຜັນຂະຫຍາຍມາດຕະການຮັບມືກັບພະຍາດໂຄວິດ-19 ຂອງປະເທດຕົນພ້ອມທັງຮັບຮູ້ຄວາມມານະພະຍາຍາມລວມໃນພາກພື້ນເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ-19.

leftcenterrightdel
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ. ພາບ: moit.gov.vn.

ສຳລັບການຮ່ວມມືເສດຖະກິດອາຊຽນ-ຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືເຈລະຈາ ອາຊຽນ-ຈີນ (1991-2021), ບັນດາລັດຖະມົນຕີ ຊົມເຊີຍຖະແຫຼງການລວມຂອງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະຈີນ ກ່ຽວກັບການເພີ່ມທະວີການຮ່ວມມືເສດຖະກິດ ແລະການຄ້າ ກໍ່ຄືບັນດາການ ເຄື່ອນໄຫວອື່ນເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ-ຈີນ. ບັນດາທ່ານລັດຖະມົນຕີ ຕີລາຄາສູງຜົນງານໃນການຮ່ວມມືເສດຖະກິດ, ການຄ້າ ເຊິ່ງອາຊຽນ ແລະຈີນ ບັນລຸໄດ້ໃນຕະຫຼອດວິວັດການສ້າງຕັ້ງ ແລະພັດທະນາການພົວພັນຮ່ວມມືລະຫວ່າງສອງຝ່າຍ ແລະປາດຖະໜາວ່າ ອາຊຽນ ແລະຈີນ ຈະສືບຕໍ່ເພີ່ມທະວີການຮ່ວມມືກວ່າອີກໃນໄລຍະຈະມາເຖິງ, ພິເສດແມ່ນສຸມໃສ່ວຽກງານຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ ຕາມທິດສ້າງເງື່ອນໄຂສະດວກກວ່າໃຫ້ດ້ານການຄ້າ, ເພີ່ມທະວີຕ່ອງໂສ້ການສະໜອງໃນພາກພື້ນ ເພື່ອແກ້ໄຂບັນດາຜົນກະທົບທີ່ຫຍໍ້ທໍ້ຂອງພະຍາດໂຄວິດ-19.

ສຳລັບການຮ່ວມມືເສດຖະກິດອາຊຽນ-ສ.ເກົາຫຼີ, ຕໍ່ໜ້າບັນດາຜົນກະທົບຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ຕໍ່ພື້ນຖານເສດຖະກິດພາກພື້ນ ແລະທົ່ວໂລກ, ບັນດາທ່ານ ລັດຖະມົນຕີເນັ້ນໜັກວ່າ ການເປີດປະຕູຕະຫຼາດການຄ້າ ແລະການລົງທຶນ, ຮັບປະກັນການເຊື່ອມຕໍ່ຂອງຕ່ອງໂສ້ການສະໜອງແມ່ນກຸນແຈໃນການແກ້ໄຂບັນດາສິ່ງທ້າທາຍທີ່ວາງອອກຍ້ອນພະຍາດໂຄວິດ-19, ບົນພື້ນຖານດັ່ງກ່າວ, ກອງປະຊຸມໄດ້ປຶກສາຫາລືການກຳນົດທິດເຈລະຈາເພື່ອຍົກລະດັບສັນຍາການຄ້າເສລີອາຊຽນ-ສ. ເກົາຫຼີ.

ພ້ອມກັນນັ້ນ, ກອງປະຊຸມຍັງເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື ເພື່ອປະຕິບັດບັນດາຂ້ໍລິເລີ່ມລະຫວ່າງອາຊຽນ ແລະສ.ເກົາຫຼີ ໃນການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ ແລະຟື້ນຟູແບບຍືນຍົງຫຼັງພະຍາດໂຄວິດ-19. ນອກຈາກນັ້ນ, ບັນດາລັດຖະມົນຕີກໍ່ຮັບຮູ້ການເຄື່ອນໄຫວຕ່າງໆ ແລະໂຄງການຮ່ວມມືຂອງສະພາດຳເນີນທຸລະກິດອາຊຽນ-ສ.ເກົາຫຼີ ທີ່ຜັນຂະຫຍາຍໃນໄລຍະຜ່ານມາ ເພື່ອໜູນຊ່ວຍວິສາຫະກິດສອງຝ່າຍໃນສະພາບພະຍາດໂຄວິດ-19, ໃນນັ້ນສະເໜີຂໍ້ລິເລີ່ມ ແລະຂໍ້ສະເໜີໃໝ່ຕ່າງໆກ່ຽວກັບການຮ່ວມມືໃນຂົງເຂດການຄ້າເຕັກນິກດີຈີຕອນ, ແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ.

ສຳລັບການຮ່ວມມືເສດຖະກິດອາຊຽນ-ສະວິດ, ບັນດາທ່ານລັດຖະມົນຕີ ຊົມເຊີຍບັນດາໝາກຜົນໃນການເຄື່ອນໄຫວການຄ້າ ແລະການລົງທຶນລະຫວ່າງອາຊຽນ ແລະສະວິດ ໃນໄລຍະຜ່ານມາເຖິງວ່າຕ້ອງປະສົບກັບສິ່ງທ້າທາຍຈາກພະຍາດໂຄວິດ-19. ບັນດາທ່ານລັດຖະມົນຕີ ຮຽກຮ້ອງໃຫ້ມີຄວາມສາມັກຄີ ແລະຄວາມມານະພະຍາຍາມລະຫວ່າງບັນດາຝ່າຍເພື່ອຕ້ານພະຍາດໂຄວິດ-19 ແລະຍູ້ໄວວິວັດການຟື້ນຟູເສດຖະກິດຫຼັງພະຍາດໂຄວິດ19 ຜ່ານການຮັກສາການເຄື່ອນໄຫວຂອງຕ່ອງໂສ້ການສະໜອງ, ສືບຕໍ່ປະຕິບັດບັນດານະໂຍບາຍເສດຖະກິດເປີດ ແລະຄວາມໂປ່ງໃສບົນພື້ນຖານລະບົບການຄ້າຫຼາຍຝ່າຍຂອງ WTO,...

ສຳລັບການຮ່ວມມືເສດຖະກິດອາຊຽນ-ບວກສາມ (ລວມມີ: ຈີນ, ຍີ່ປຸ່ນ, ສ. ເກົາຫຼີ), ບັນດາທ່ານລັດຖະມົນຕີຮັບຮູ້ ແລະຊົມເຊີຍບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນການປະຕິບັດແຜນການດຳເນີນງານອາຊຽນ ບວກສາມ ກ່ຽວກັບການຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ຕໍ່ເສດຖະກິດບົນພື້ນຖານຜັນຂະຫຍາຍການເຄື່ອນໄຫວຕ່າງໆ ເພື່ອຮັບປະກັນເຊື່ອມຕໍ່ຕ່ອງໂສ້ການສະໜອງ ແລະເພີ່ມທະວີຄວາມສາມາດຟື້ນຟູເສດຖະກິດຂອງພາກພື້ນ.

ບັນດາລັດຖະມົນຕີໄດ້ຮັບຮອງເອົາລາຍການເຮັດວຽກກ່ຽວກັບການຮ່ວມມືເສດຖະກິດໄລຍະ 2021-2022 ແລະສົ່ງເສີມບັນດາປະເທດເພີ່ມທະວີການຮ່ວມມືກວ່າອີກ ເພື່ອປັບປຸງກະແສການຄ້າ ແລະການລົງທຶນ, ໜູນຊ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ສ້າງເງື່ອນໄຂສະດວກໃຫ້ການຄ້າ, ເຊື່ອມຕໍ່ຕ່ອງໂສ້ການສະໜອງ, ອື່ນໆ..

ນອກຈາກນັ້ນ, ບັນດາລັດຖະມົນຕີກໍ່ຊົມເຊີຍເລື່ອງເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີປະທານອາຊຽນ ຂອງຫວຽດນາມ 2020 ແລະປາດຖະໜາຢາກນຳສັນຍາເຂົ້າໃນການປະຕິບັດໃນຕົ້ນປີ 2022 ເພື່ອຊ່ວຍປັບປຸງຕ່ອງໂສ້ການສະໜອງໃນພາກພື້ນ, ປະກອບສ່ວນເຂົ້າວິວັດການຟ້ືນຟູເສດຖະກິດຫຼັງພະຍາດໂຄວິດ-19.

ຫວຽດນາມ ໄດ້ຕ້ັງໜ້າປະກອບຄຳເຫັນກ່ຽວກັບກຳນົດທິດຮ່ວມມືເສດຖະກິດລະຫວ່າງອາຊຽນ ກັບຄູ່ຮ່ວມມືນອກອາຊຽນ ໃນໄລຍະຈະມາເຖິງເພື່ອເປົ້າໝາຍບັນລຸໃຫ້ໄດ້ບັນດາຜົນປະໂຫຍດແທດຈິງໃຫ້ຫວຽດນາມ ເວົ້າສະເພາະ ແລະອາຊຽນ ເວົ້າລວມຄືປັບປຸງຕ່ອງໂສ້ການສະໜອງໃນພາກພື້ນ ແລະພັດທະນາເສດຖະກິດແບບຍືນຍົງໃນສະພາບພື້ນຖານເສດຖະກິດໂລກພວມມີການປ່ຽນແປງຫຼາຍຢ່າງ ແລະຖືກຜົນກະທົບຢ່າງຫຍໍ້ທໍ້ຈາກພະຍາດໂຄວິດ-19.

ບັນດາກອງປະຊຸມດັ່ງກ່າວໄດ້ດຳເນີນ ແລະສິ້ນສຸດຢ່າງຈົບງາມປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງບັນດາເຫດການໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 53 ແລະບັນດາກອງປະຊຸມກ່ຽວຂ້ອງ. ບັນດາກອງປະຊຸມປຶກສາຫາລືລະຫວ່າງອາຊຽນ ແລະບັນດາຄູ່ຮ່ວມມືອື່ນຄື: ອາເມລິກາ, ຮົ່ງກົງ-ຈີນ, ອິນເດຍ, ອົດສະຕາລີ, ນິວຊີແລນ... ສືບຕໍ່ດຳເນີນໃນລະຫວ່າງວັນທີ 14-15 ກັນຍາ 2021.

ໂດຍ: ແສງເດືອນ