ທີ່ການຕ້ອນຮັບ, ທ່ານ ຫວັງອີ້ ໄດ້ແຈ້ງຄວາມຮັບຮູ້ລວມ ແລະໝາກຜົນສໍາຄັນ ເຊິ່ງສອງຝ່າຍບັນລຸໄດ້ຢູ່ທີ່ວາລະປະຊຸມຄັ້ງທີ 13 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັບຊາບ;  ພ້ອມທັງຖືວ່າສອງຝ່າຍຄວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດເພື່ອເຮັດໃຫ້ເນື້ອໃນການພົວພັນຄູ່ຮ່ວມມືຍຸດທະສາດ ຈີນ-ຫວຽດນາມ ອຸດົມສົມບູນຢ່າງບໍ່ຢຸດຢັ້ງ. ທ່ານ ຫວັງອີ້ ໃຫ້ຮູ້ວ່າ ຈີນ ພ້ອມແລ້ວທີ່ຈະແບ່ງປັນ, ພ້ອມກັບຫວຽດນາມ ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍິນດີຕ້ອນຮັບທ່ານ ຫວັງອີ້ ແລະຄະນະຜູ້ແທນ ຈີນ ມາຢ້ຽມຢາມຫວຽດນາມ; ຊົມເຊີຍ ແລະຕີລາຄາສູງໝາກຜົນວາລະປະຊຸມຄັ້ງທີ 13 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ ແລະການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ຫວັງອີ້, ທ່ານ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຊຸກຍູ້ການຮ່ວມມືທຸກດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ ພັກ ແລະລັດຫວຽດນາມ ຖືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເປັນສໍາຄັນ; ຕີລາຄາສູງຄວາມຄືບໜ້າໃນການພົວພັນລະຫວ່າງສອງພັກ, ສອງລັດ ໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ສະເໜີໃນໄລຍະຈະມາເຖິງສອງຝ່າຍສືບຕໍ່ເພີ່ມທະວີການພົບປະຂັ້ນສູງ, ປັບປຸງການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍ; ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງສອງພັກ, ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະການຄຸ້ມຄອງປະເທດ; ຊຸກຍູ້ການຮ່ວມມືທີ່ແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນສອງປະເທດ, ໂດຍສະເພາະແມ່ນບັນດາທ້ອງຖິ່ນຕິດກັບຊາຍແດນ; ພ້ອມກັນປຶກສາຫາລື, ແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນການຮ່ວມມື...;  ຢຶດໝັ້ນແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງປອດໄສ, ຍືນຍົງຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ໂດຍ: ໄຊຊະນະ