ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງການປະກອບສ່ວນຢ່າງແທດຈິງ, ມີປະສິດທິພາບຂອງຄະນະຜູ້ຕາງໜ້າສະຫະພາບເອີລົບ, ສະຖານທູດບັນດາປະເທດເອີລົບ ປະຈໍາຫວຽດນາມ, ສະມາຄົມວິສາຫະກິດພ້ອມດ້ວຍປະຊາຄົມວິສາຫະກິດອີຢູ ຕໍ່ການພັດທະນາການພົວພັນຫວຽດນາມ-ອີຢູ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ; ພ້ອມທັງຂອບໃຈອີຢູ ແລະບັນດາປະເທດ ສະມາຊິກ ທີ່ໄດ້ໃຫ້ຄໍາໝັ້ນສັນຍາອຸປະຖໍາວັກຊິນຈໍານວນ 10 ກວ່າລ້ານໂດສ ແລະອຸປະກອນການແພດໃຫ້ແກ່ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ກ່າວຄຳເຫັນສະຫຼຸບການເຮັດວຽກກັບບັນດາວິສາຫະກິດເອີລົບ ຢູ່ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂ ແລະຮ່ວມເດີນທາງເພື່ອໃຫ້ບັນດາວິສາຫະກິດອີຢູ ລົງທຶນ, ດໍາເນີນທຸລະກິດສະດວກຢູ່ຫວຽດນາມ; ສົ່ງເສີມ ແລະປາດຖະໜາຢາກໃຫ້ບັນດາປະເທດອີຢູ ໜູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຫວຽດນາມ ລົງທຶນໃນຂົງເຂດ ເຊິ່ງ ອີຢູ ມີຄວາມຕ້ອງການ, ສ້າງຄວາມດຸ່ນດ່ຽງເທື່ອລະກ້າວ ແລະການຮ່ວມມືຍາວນານ, ຕ່າງຝ່າຍຕ່າງມີຜົນປະໂຫຍດດ້ານການລົງທຶນ ແລະການຄ້າ. ທ່ານ ຟ້າມມິງຈີ໊ງ ສະແດງຄວາມແບ່ງປັນ ແລະເຫັນໃຈຕໍ່ຄວາມຫຍຸ້ງຍາກຂອງບັນດາວິສາຫະກິດຢູ່ຫວຽດນາມ ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19; ທ່ານ ຢັ້ງຢືນວ່າ ຜົນສໍາເລັດຂອງນັກລົງທຶນຕ່າງປະເທດ ແມ່ນຜົນສໍາເລັດຂອງຫວຽດນາມ, ຄວາມເສຍຫາຍຂອງນັກລົງທຶນຕ່າງປະເທດ ກໍ່ແມ່ນຄວາມເສຍຫາຍຂອງຫວຽດນາມ.

ທ່ານນາຍົກລັດຖະມົນຕີ ສະເໜີບັນດາເອກອັກຄະລັດຖະທູດ ແລະສະມາຄົມວິສາຫະກິດອີຢູ ຢູ່ຫວຽດນາມ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ-ອີຢູ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່; ຊຸກຍູ້ເພື່ອໃຫ້ ສະພາແຫ່ງຊາດ ແລະລັດຖະບານບັນດາປະເທດອີຢູໃຫ້ສັດຕະຍາບັນສັນຍາ EVIPA ໃນໄລຍະໄວທີ່ສຸດ; ສືບຕໍ່ໜູນຊ່ວຍວັກຊິນ, ຖ່າຍທອດເຕັກໂນໂລຢີຜະລິດ ວັກຊິນ, ຢາປິ່ນປົວໃຫ້ແກ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ບົນຈິດໃຈເປີດອົກເປີດໃຈ, ຈິງໃຈ, ສ້າງສັນ ແລະມີຄວາມຮັບຜິດຊອບ, ບັນດາເອກອັກຄະລັດຖະທູດ ແລະຜູ້ຕາງໜ້າການນໍາບາງວິສາຫະກິດອີຢູ ຕີລາຄາສູງເລື່ອງຈັດຕັ້ງການເຮັດວຽກນີ້ເພື່ອປຶກສາຫາລືບັນດາມາດຕະ ການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຮັກສາລະບົບສະໜອງ, ຂົນສົ່ງ ແລະການຈະລາຈອນສິນຄ້າ, ຈັດຕັ້ງການຜະລິດ, ອອກໜັງສືອະນຸຍາດເຮັດວຽກ ແລະເຂົ້າເມືອງໃຫ້ແກ່ນັກຊ່ຽວຊານ, ສັກວັກຊິນ..

ບັນດາເອກອັກຄະລັດຖະທູດ, ວິສາຫະກິດອີຢູ ສະແດງຄວາມເຫັນໃຈ ແລະຂອບໃຈລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ ໄດ້ ແລະກໍາລັງສືບຕໍ່ຮ່ວມເດີນທາງ, ແບ່ງປັນພ້ອມກັບວິສາຫະກິດ ຜ່ານຜ່າໄລຍະຫຍຸ້ງຍາກໃນປັດຈຸບັນ; ຕີລາຄາວ່າ ຫວຽດນາມ ຍັງເປັນສະຖານທີ່ດຶງດູດການລົງທຶນດ້ວຍຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງໃນໄລຍະຈະມາເຖິງ; ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້, ພັດທະນາກການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດໄລຍະຍາວຢູ່ຫວຽດນາມກວ່າອີກ. 

ໂດຍ: ໄຊຊະນະ