ເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີວາງສີລະລຶກກໍ່ສ້າງໂຮງຮຽນກິນນອນ ຢູ່ແຂວງ ເງະອານ
ກປ.ອອນໄລ - ວັນທີ 11 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເຂົ້າຮ່ວມພິທີວາງສີລະລຶກກໍ່ສ້າງໂຮງຮຽນສາມັນກິນນອນ ຊັ້ນປະຖົມ ແລະມັດທະຍົມຕອນຕົ້ນ ນາງອຍ ຢູ່ຕາແສງ ນາງອຍ (ແຂວງ ເງະອານ).
ນີ້ແມ່ນໂຄງການກໍ່ສ້າງທີ່ໄດ້ຈັດຕັ້ງປະຕິບັດຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການລົງທຶນກໍ່ສ້າງໂຮງຮຽນສາມັນກິນນອນຊັ້ນປະຖົມ, ມັດທະຍົມຕອນຕົ້ນ 248 ແຫ່ງຢູ່ບັນດາຕາແສງເຂດຊາຍແດນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນເຂົ້າຮ່ວມພິທີວາງສີລາລຶກ. ພາບ: baonghean.vn |
ໂຮງຮຽນແຫ່ງດັ່ງກ່າວໄດ້ຮັບການລົງທຶນກໍ່ສ້າງຢ່າງທັນສະໄໝ, ມີບັນດາຫ້ອງຮຽນ, ຫໍພັກ, ຫ້ອງກິນ, ເຂດລະຫຼິ້ນ... ເມື່ອເປີດນຳໃຊ້, ກິດຈະການນີ້ຈະຊ່ວຍໃຫ້ນັກຮຽນກວ່າ 1.900 ຄົນຢູ່ເຂດຊາຍແດນ ຫວຽດນາມ - ລາວ ຮໍ່າຮຽນ.
ທີ່ພິທີວາງສີລາລຶກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ ການລົງທຶນກໍ່ສ້າງໂຮງຮຽນກິນນອນແບບນີ້ມີຈຳນວນ 248 ແຫ່ງ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍມະນຸດສະທຳທີ່ເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດທີ່ມີຕໍ່ພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ. ເນື່ອງໃນໂອກາດນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ນັກຮຽນ ແລະຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍຢູ່ຕາແສງ ນາງອຍ.
ໂດຍ: ຈາງຫງວຽນ