ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ
ກປ.ອອນໄລ - ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູທົ່ວໂລກ ຄັ້ງທີ 2, ວັນທີ 10 ຕຸລາ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Peter De Roover, ປະທານສະພາຕໍ່າ ແບນຊິກ.
ທີ່ການພົບປະ, ການນຳສອງທ່ານໄດ້ຊົມເຊີຍເລື່ອງສະພາແຫ່ງຊາດຫວຽດນາມ ແລະລັດຖະສະພາແບນຊິກ ໄດ້ສຳເລັດການລົງນາມໃນສັນຍາຮ່ວມມື (ເດືອນກຸມພາ 2025), ສ້າງພື້ນຖານອັນສຳຄັນ ເພື່ອໃຫ້ອົງການນິຕິບັນຍັດຂອງສອງປະເທດຫັນບັນດາຂົງເຂດຮ່ວມມືໃຫ້ປະກົດຜົນເປັນຈິງ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແບນຊິກ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ - ອີຢູ (EVIPA) ໃນປີ 2025 ໂດຍໄວ; ສະເໜີໃຫ້ ແບນຊິກ ໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດທະເລ, ໃນນັ້ນມີການພັດທະນາອາຊີບຫາປາແບບຍືນຍົງ ແລະມີສຽງເວົ້າຊຸກຍູ້ຄະນະກໍາມະການເອີຣົບ (EC) ລົບລ້າງບັດເຫຼືອງ IUU ສໍາລັບສິ້ນໃນນໍ້າຂອງຫວຽດນາມ.
ທ່ານ Peter De Roover ຢືນຢັນວ່າ: ແບນຊິກ ຖືເປັນສຳຄັນການຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ ໃນບັນດາຂົງເຂດ, ຄື: ການຄ້າ - ການລົງທຶນ, ກະສິກຳເຕັກໂນໂລຊີສູງ, ທ່າກຳປັ່ນ - logistics ສະຫຼາດ, ການປ່ຽນແປງຂອງດິນຟ້າອາກາດ...; ສະເໜີສອງຝ່າຍສືບຕໍ່ຜັນຂະຫຍາຍມະຕິຜ່ານບັນດາໂຄງການທີ່ລະອຽດເພື່ອໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ ໄດ້ຂອບໃຈ, ຕີລາຄາສູງເລື່ອງສະພາຕໍ່າແບນຊິກ ແມ່ນລັດຖະສະພາຕ່າງປະເທດແຫ່ງທຳອິດໄດ້ຮັບຮອງເອົາມະຕິກ່ຽວກັບການໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມຂອງຫວຽດນາມ.
ໂດຍ: ຈາງຫງວຽນ