ລັດຖະມົນຕີຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ (PMC) ອາຊຽນ-ການາດາ
ກປ.ອອນໄລ - ໃນຂອບເຂດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄ້ັງທີ 54, ຕອນເຊົ້າວັນທີ 5 ສິງຫາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດ (PMC) ອາຊຽນ-ການາດາ.
ຕາງໜ້າອາຊຽນ, ມຽນມາ ປະເທດປະສານງານການພົວພັນ, ໄດ້ຊົມເຊີຍການພົວພັນອາຊຽນ-ການາດາ ສືບຕໍ່ມີຄວາມຄືບໜ້າທີ່ດີ, ເຖິງວ່າໄດ້ຮັບຜົນສະທ້ອນຈາກໂລກລະບາດກໍ່ຕາມ. ສອງຝ່າຍເຫັນດີເປັນເອກະພາບຈະໃຫ້ບູລິມະສິດໜູນຊ່ວຍກັນຮັບມືກັບພະຍາດໂຄວິດ-19, ຫຼຸດຜ່ອນຜົນກະທົບຈາກໂລກລະບາດ ແລະຊຸກຍູ້ການຟ້ືນຟູຮອບດ້ານ, ຍືນຍົງ. ສອງຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ສະໜອງ. ສອງຝ່າຍກໍ່ຈະຊຸກຍູ້ການຮ່ວມມືຜ່ານການຜັນຂະຫຍາຍແຜນການກະທຳໄລຍະໃໝ່ 2021-2025.
    |
 |
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ (PMC) ອາຊຽນ-ການາດາ. ພາບ: ສຳນັກຂ່າວສານຫວຽດນາມ. |
ແລກປ່ຽນຄຳເຫັນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບັນດາປະເທດອາຊຽນ ແລະການາດາ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ, ໂດຍສະເພາະຢູ່ທະເລຕາເວັນອອກ, ພິເສດແມ່ນສະພາບການໃນປະຈຸບັນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ ການາດາ ໜູນຊ່ວຍອາຊຽນ ໃນການເຂົ້າເຖິງວັກຊິນກັນພະຍາດໂຄວິດ-19 ຢ່າງທັນການ; ຊຸກຍູ້ບັນດາມາດຕະການລະອຽດ ເພື່ອຊ່ວຍບັນດາປະເທດກຳລັງພັດທະນາຄືບັນດາປະເທດອາຊຽນ ແກ້ໄຂຜົນກະທົບຈາກໂລກລະບາດ ແລະຊຸກຍູ້ຄວາມມານະພະຍາຍາມຟື້ນຟູ ແລະພັດທະນາ; ສືບຕໍ່ໜູນບັນດາວິສາຫະກິດອາຊຽນ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ອາຊຽນ ພວມຕັ້ງໜ້າສົບທົບກັບຈີນ ສ້າງ COC ໃຫ້ມີປະສິດທິພາບ ແລະປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982 ແລະສະເໜີໃຫ້ ການາດາ ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ໃນບັນຫານີ້.
ໂດຍ: ແສງເດືອນ