ນີ້ແມ່ນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທີ 2 ຂອງທ່ານນາງ Kamala Harris ໃນຖານະເປັນຮອງປະທານາທິບໍດີ ອາເມລິກາ ແລະເປັນຄັ້ງທຳອິດທີ່ທ່ານນາງເດີນທາງໄປພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

leftcenterrightdel
ທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ. ພາບ: Reuters

ທ່ານນາງ Sander ຊີ້ແຈ້ງວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະທ່ານນາງຮອງປະທານາທິບໍດີ Kamala Harris ໃຫ້ບູລິມະສິດແຖວໜ້າແມ່ນສ້າງສາຍພົວພັນຄູ່ຮ່ວມມືທົ່ວໂລກຄືນໃໝ່ ແລະຮັກສາຄວາມໝັ້ນຄົງຂອງອາເມລິກາ. ການເດີນທາງຄັ້ງຈະມາເຖິງນີ້ ຂອງທ່ານນາງຮອງປະທານາທິບໍດີ Kamala Harris, ແມ່ນເພື່ອແນໃສ່ເຮັດໃຫ້ຄຳໝັ້ນສັນຍາຂອງອາເມລິກາ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ເລິກເຊິ່ງຂຶ້ນຕື່ມ.

ທ່ານນາງຮອງປະທານາທິບໍດີ Kamala Harris ຈະແມ່ນຮອງປະທານາທິບໍດີອາເມລິກາ ຄົນທຳອິດທີ່ເດີນທາງມາຢ້ຽມຢາມ ຫວຽດນາມ. ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານນາງ ຈະມີການພົບປະກັບການນຳຂອງຫວຽດນາມ ແລະສິງກະໂປ ເພື່ອປຶກສາຫາລືກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ, ບັນຫາພະຍາດໂຄວິດ-19 ແລະການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ທະນາພອນ