leftcenterrightdel
ຄ້າຍທະຫານ Moncada. ພາບເອກະສານ: Prensa Latina.

ກ່ອນນີ້ 68 ປີ, ພາຍໃຕ້ການບັນຊາໂດຍກົງຂອງສະຫາຍ Fidel Castro, ບັນດາຊາວໜຸ່ມຮັກຊາດກູບາ ໄດ້ຈັດຕັ້ງການບຸກໂຈມຕີໃສ່ຄ້າຍທະຫານ Moncada. ເຖິງວ່າບໍ່ຮັບຜົນສໍາເລັດກໍ່ຕາມ, ແຕ່ເຫດການນັ້ນໄດ້ດັງກ້ອງກັງວານຢູ່ອາເມລິກາລາຕິນ ແລະໃນໂລກ, ເປີດສາກໃຫ້ແກ່ການປະຕິວັດປົດປ່ອຍຊາດຂອງປະຊາຊົນກູບາ.

ຕາມທ່ານ ຮສຈ. ປອ ຫງວຽນຫວ໊ຽດຖາວ, ຮອງປະທານຜູ້ປະຈໍາການສະມາຄົມມິດຕະພາບຫວຽດນາມ-ກູບາ, 68 ປີຜ່ານມາ, ປະຫວັດສາດຂອງບັນດາຊົນຊາດອາເມລິກາລາຕິນ ແລະຫຼາຍປະເທດໃນໂລກນັ້ນເອງໄດ້ເປັນການພິສູດໃຫ້ເຫັນລັກສະນະຖືກຕ້ອງຂອງເສັ້ນທາງ Moncada, ເສັ້ນທາງຂອງການໃຊ້ຄວາມຮຸນແຮງໃນການປະຕິວັດ, ຂອງການຕໍ່ສູ້ດ້ວຍກຳລັງອາວຸດ, ຂອງການລຸກຮືຂຶ້ນຍາດເອົາອໍານາດ. ແລະກໍ່ຜ່ານເສັ້ນທາງນັ້ນການປະຕິວັດກູບາ ຈຶ່ງສາມາດຜ່ານຜ່າທຸກການຕ້ານທໍາລາຍ, ການທົດສອບ ເຊິ່ງລັດທິຈັກກະພັດ ກໍ່ຂຶ້ນ ແລະສະພາບການໂລກນຳມາໃຫ້. ປະຊາຊົນກູບາ ນັບມື້ນັບບັນລຸຜົນງານຫຼາຍຢ່າງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ.

ໂດຍ: ໄຊຊະນະ