ທີ່ກອງປະຊຸມ, ບັນດາປະເທດອາຊຽນ ແລະນິວຊີແລນ ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍການເຄື່ອນໄຫວຮ່ວມມືຕ່າງໆໃນໄລຍະຜ່ານມາ, ພິເສດໃນການຜັນຂະຫຍາຍໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມຂັ້ນສູງອາຊຽນ-ນິວຊີແລນ ສະເຫຼີມສະຫຼອງ 45 ປີແຫ່ງການພົວພັນເຈລະຈາໃນເດືອນ ຕຸລາ 2020, ປະກອບສ່ວນຢັ້ງຢືນການພົວພັນຮ່ວມມືຫຼາຍດ້ານ, ທີ່ດີງາມລະຫວ່າງອາຊຽນ ແລະນິວຊີແລນ ໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຫງວຽນຫາຍບັ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ເຂົ້າຮ່ວມກອງປະຊຸມ. ພາບ: baoquocte.vn.

ໃນໄລຍະຈະມາເຖິງ, ອາຊຽນ ແລະນິວຊີແລນ ຈະສືບຕໍ່ສຸມໃສ່ປະຕິບັດແຜນການກະທໍາໄລຍະ 2021-2025; ເອົາໃຈໃສ່ເປັນພິເສດເພີ່ມທະວີການຮ່ວມມືໃນຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນບັນດາຂົງເຂດທີ່ ນິວຊີແລນ ມີທ່າແຮງ ແລະອາຊຽນກໍ່ໃຫ້ບູລິມະສິດຄື ຊຸກຍູ້ການຮ່ວມມືດ້ານການຄ້າ ແລະການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດດີຈີຕອນ, ກະສິກໍາ, ເພີ່ມທະວີການເຊື່ອມຈອດ, ປະຕິບັດຂໍ້ລິເລີ່ມເຊື່ອມໂຍງ IAI ກ່ຽວກັບການຮັດແຄບຊ່ອງຫວ່າງພັດທະນາ ແລະຜັນຂະຫຍາຍແຜນການສັງລວມເຊື່ອມຕໍ່ອາຊຽນ 2025 (MPAC 2025).

ຜັນຂະຫຍາຍຂໍ້ລິເລີ່ມເຄືອຂ່າຍນະຄອນອັດສະລິຍະ, ພັດທະນາຊັບພະຍາກອນມະນຸດ, ໜູນຊ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດໜ້ອຍ ແລະກາງ (MSME), ເພີ່ມທະວີການຮ່ວມມືກ່ຽວກັບຂົງເຂດຕ່າງໆ, ຄື: ການສຶກສາ, ບໍາລຸງສ້າງສອນວິຊາຊີບ (TVET), ການແພດ, ການປ້ອງກັນ, ຕ້ານພະຍາດ, ຄຸ້ມຄອງໄພທໍາມະຊາດ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ນິວຊີແລນ ຢັ້ງຢືນສືບຕໍ່ສົມທົບກັບອາຊຽນ ຢ່າງຕັ້ງໜ້າເພື່ອກະກຽມໃຫ້ກອງປະຊຸມລັດຖະມົນຕີອາຊຽນ-ນິວຊີແລນ ທີ່ຈັດຕັ້ງໃນຂອບເຂດກອງປະຊຸມລັດຖະມົນຕີຕາງປະເທດອາຊຽນ ຈະມາເຖິງ.

ໂດຍ:​ເກື່ອງດັ້ງ