ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານລັດຖະມົນຕີ Dominic Raab ແລະທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ສອງຝ່າຍຕ້ອງສືບຕໍ່ຊຸກຍູ້ທ່າພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍ, ນຳເນື້ອໃນຮ່ວມມືຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ຕອບສະໜອງຜົນປະໂຫຍດຂອງສອງປະເທດ, ພ້ອມທັງປະກອບສ່ວນເຂົ້າສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ ແລະໂລກ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຜູ້ທີໜຶ່ງ, ລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ Dominic Raab. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Dominic Raab ເນັ້ນໜັກວ່າ ອັງກິດ ຖືເປັນສໍາຄັນການພັດທະນາການພົວພັນກັບຫວຽດນາມ ໃນສະພາບຫຼັງ Brexit ປະເທດອັງກິດປັບປຸງນະໂຍບາຍມຸ່ງໄປເຖິງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ທ່ານ Dominic Raab ໃຫ້ຮູ້ວ່າ ໄດ້ພ້ອມກັບທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລກປ່ຽນມາດຕະການຜັນຂະຫຍາຍເນື້ອໃນຂອງຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທ່ານ ຫງວຽນຊວນຟຸກ ເນ້ັນໜັກວ່າ ສອງຝ່າຍຄວນໃຫ້ບູລິມະສິດສົມທົບກັນປະຕິບັດສັນຍາ UKVFTA ໃຫ້ມີປະສິດທິຜົນເພື່ອສ້າງຄວາມບຸກທະລຸກ່ຽວກັບການແລກປ່ຽນການຄ້າ ແລະການຮ່ວມມືລົງທຶນ; ທ່ານຢັ້ງຢືນວ່າ ຫວຽດນາມ ຈະສ້າງຄວາມສະດວກເພື່ອໃຫ້ວິສາຫະກິດອັງກິດ ລົງທຶນເຂົ້າຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ທະນາຄານ, ປະກັນໄພ, ການບໍລິການດ້ານການເງິນ, ເສດຖະກິດດີຈີຕອນ, ພັດທະນາພະລັງງານຜະລິດຄືນໃໝ່...

ທ່ານ ຫງວຽນຊວນຟຸກ ຕີລາຄາສູງບົດບາດ, ການປະກອບສ່ວນຂອງອັງກິດ ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລຢູ່ພາກພື້ນ ແລະໃນໂລກ. ທ່ານ Dominic Raab ແບ່ງປັນ ແລະຢັ້ງຢືນເຖິງຄວາມສໍາຄັນຂອງການຮັບປະກັນຄວາມເສລີໃນການເດີນທະເລ ແລະການບິນ, ສະຖຽນລະພາບ ແລະສັນຕິພາບຢູ່ທະເລຕາເວັນອອກ, ທ່ານໄດ້ເນັ້ນໜັກເຖິງການເຊີດຊູການເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982.

ໂດຍ: ແສງເດືອນ