ທີ່ການເຈລະຈາ, ປະທານສະພາແຫ່ງຊາດສອງທ່ານ ລ້ວນແຕ່ຢັ້ງຢືນຄວາມສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃນນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ, ຕີລາຄາສູງບັນດາຜົນງານ, ໝາກຜົນໃນການພົວພັນທ່ີສຳຄັນຂອງສອງພັກ, ສອງລັດ, ໂດຍສະເພາະແມ່ນການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ. ໃນບັນຍາກາດໄມຕີຈິດມິດຕະພາບ, ຈິງໃຈ, ປະທານສະພາແຫ່ງຊາດສອງທ່ານ ໄດ້ແລກປ່ຽນຫຼາຍເນື້ອໃນທີ່ແທດຈິງເພື່ອແນໃສ່ຊຸກຍູ້ການພົວພັນສອງປະເທດໃນຂົງເຂດການເມືອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຄຸ້ມຄອງຊາຍແດນທາງບົກ ແລະການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ທີ່ການເຈລະຈາທາງໄກກັບທ່ານ ຫຼີຈ້ານຊູ່ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ. ພາບ: ສຳນັກຂ່າວສານຫວຽດນາມ.

ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ທ່ານ ເວືອງດິ່ງເຫວ້ ສະເໜີສອງຝ່າຍຊຸກຍູ້ການພົບປະຂັ້ນສູງ ແລະທຸກຂັ້ນ, ເຊີນສະຫາຍ ຫຼີຈ້ານຊູ່ ມາຢ້ຽມຢາມຫວຽດນາມ; ພ້ອມທັງປາດຖະໜາຈະພ້ອມກັບສະຫາຍ ຫຼີຈ້ານຊູ່ ຊີ້ນຳບັນດາອົງການກ່ຽວຂ້ອງຂອງສອງປະເທດປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຜູ້ແທນປະຊາຊົນທົ່ວປະເທດຈີນ; ສະເໜີສອງຝ່າຍເພີ່ມທະວີການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ; ໂຄສະນາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບນ້ຳໃຈໄມຕີຈິດມິດຕະພາບລະຫວ່າງສອງພັກ, ສອງລັດ.

ບົນພື້ນຖານການຢັ້ງຢືນວ່າພັກ, ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະປະຊາຊົນຈີນ ຖືເປັນສຳຄັນການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ, ທ່ານ ຫຼີຈ້ານຊູ່ ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນ, ພ້ອມທັງເຊີນທ່ານ ເວືອງດິ່ງເຫວ້ ມາຢ້ຽມຢາມຈີນ,  ສະແດງໃຫ້ເຫັນພ້ອມແລ້ວທີ່ຈະພ້ອມກັບສະພາແຫ່ງຊາດຫວຽດນາມ ປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ເປັນຢ່າງດີ; ທ່ານຢັ້ງຢືນວ່າ ຈີນ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມີການຮ່ວມມືກ່ຽວກັບວັກຊິນ; ຖືເປັນສໍາຄັນບັນດາຄຳເຫັນຂອງຫວຽດນາມ ໃນການຮ່ວມມືດ້ານເສດຖະກິດ-ການຄ້າ ແລະການລົງທຶນ; ສະເໜີສອງຝ່າຍເຄົາລົບຄວາມຮັບຮູ້ລວມຂັ້ນສູງໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກເປັນຢ່າງດີ, ຊຸກຍູ້ການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກໃຫ້ສຳເລັດໂດຍໄວ.

ໂດຍ: ແສງເດືອນ