ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາໝາກຜົນ ເຊິ່ງລັດເຊຍ ບັນລຸໄດ້ພາຍໃຕ້ການນໍາພາຂອງທ່ານປະທານາທິບໍດີ Vladimir Putin, ໃນນັ້ນມີຄວາມມານະພະຍາຍາມຂອງລັດເຊຍ ໃນການຮັບມື, ຄວບຄຸມພະຍາດໂຄວິດ-19, ພິເສດແມ່ນການຄົ້ນຄວ້າ, ຜະລິດໄດ້ວັກຊິນປ້ອງກັນໂຄວິດ-19; ທ່ານ ເວືອງດິ່ງເຫວ້ ໄດ້ສະແດງຄວາມຂອບໃຈຕໍ່ສະຫະພັນລັດເຊຍ ທີ່ໄດ້ມອບວັກຊິນຈໍານວນ 1.000 ໂດສ ໃຫ້ຫວຽດນາມ ມາແຕ່ຕົ້ນປີນີ້ ແລະຫວ່າງແລ້ວນີ້ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ບຸລິມະສິດເພື່ອໃຫ້ຫວຽດນາມ ໄດ້ສໍາຜັດກັບວັກຊິນ Sputnik V ຈໍານວນ 20 ລ້ານໂດສ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫວັງວ່າ ສະຫະພັນລັດເຊຍ ຈະໃຫ້ການຮ່ວມມື ແລະຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນປ້ອງກັນໂຄວິດ-19 ຢູ່ຫວຽດນາມ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະຄະນະຜູ້ແທນຫວຽດນາມ ໃນການສົນທະນາທາງໄກກັບປະທານສະພາສູງສະຫະພັນລັດເຊຍ. ພາບ: ຈ໊ຽນຖັ໊ງ.

ທ່ານນາງ Valentina Matviyenko ເນັ້ນໜັກວ່າ, ສະພາສູງສະຫະພັນລັດເຊຍ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການຮ່ວມມືສອງຝ່າຍ. ທ່ານນາງ Valentina Matviyenko ໃຫ້ຮູ້ວ່າ, ສະຫະພັນລັດເຊຍ ກໍາລັງພິຈາລະນາເລື່ອງຖ່າຍທອດເຕັກໂນໂລຢີ ໃນການຜະລິດວັກຊິນ Sputnik V ຢູ່ຫວຽດນາມ.

ການນໍາສອງທ່ານ ໄດ້ຢັ້ງຢືນວ່າ, ການຮ່ວມມືທາງລັດຖະສະພາແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ສະຫະພັນລັດເຊຍ. ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາສູງສະຫະພັນລັດເຊຍ ເວົ້າສະເພາະ ແລະສະພາແຫ່ງຊາດສະຫະພັນລັດເຊຍ ເວົ້າລວມ ໃນໄລຍະຜ່ານມາໄດ້ພັດທະນາຢ່າງດີງາມໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ, ໄດ້ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມມາແຕ່ປີ 2012.

ການນໍາສອງທ່ານ ເຫັນດີສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ເພີ່ມທະວີການແລກປ່ຽນ, ອັບເດດຂໍ້ມູນຂ່າວສານກ່ຽວກັບການເຄື່ອນໄຫວລັດຖະສະພາຂອງແຕ່ລະປະເທດ; ເພີ່ມທະວີການສົມທົບກັນຕິດຕາມກວດກາ ແລະຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມື ເຊິ່ງ ລັດຖະບານສອງປະເທດ ໄດ້ລົງນາມ, ບັນດາໂຄງການຮ່ວມມືຍຸດທະສາດ... ສືບຕໍ່ຮັກສາການພົບປະ, ປຶກສາຫາລື, ສົມທົບ ແລະສະໜັບສະໜູນເຊິ່ງກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ ກໍຄືໃນບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ໄຊຊະນະ