ໃນການສົນທະນາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບສູງ ໂດຍຖືວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊືື້ອ ແລະການຊີ້ນໍາໂດຍກົງຂອງການນໍາຫຼັກແຫຼ່ງຂອງສອງພັກ, ສອງລັດ, ນໍາໜ້າແມ່ນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ແລະທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິ້ງ, ພ້ອມກັບຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນລະຫວ່າງສອງພັກ, ສອງລັດ ສືບຕໍ່ພັດທະນາຢ່າງດີງາມໃນທຸກຂົງເຂດໃນໄລຍະຜ່ານມາ. ນາຍົກລັດຖະມົນຕີສອງທ່ານ ໄດ້ແລກປ່ຽນ ແລະບັນລຸໄດ້ຄວາມຮັບຮູູ້ລວມກ່ຽວກັບຄວາມສໍາຄັນຂອງການພົວພັນບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ແລະບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍໃນໄລຍະຈະມາເຖິງ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ໃນການສົນທະນາທາງໄກກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບບັນຫາບົນທະເລ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສະເໜີໃຫ້ພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ, ແກ້ໄຂໃຫ້ກົມກຽວ, ຖືກຕ້ອງຕາມເນື້ອໃນຈິດໃຈຄວາມຮັບຮູ້ລວມຂັ້ນສູງ ແລະເຄົາລົບກົດໝາຍ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ ແລະເຂົ້າໃຈກັນ, ເອົາໃຈໃສ່ເຖິງຜົນປະໂຫຍດ, ສິດຜົນປະໂຫຍດອັນຊອບທໍາ, ຖືກຕ້ອງຕາມກົດໝາຍ, ສະຖານະການຂອງກັນເພື່ອພ້ອມກັນຊຸກຍູ້ແກ້ໄຂບັນຫາທະເລຕາເວັນອອກ ຕາມທິດນໍາແຕ່ງ່າຍຫາຍາກ, ບໍ່ໃຫ້ສົ່ງຜົນສະທ້ອນເຖິງສະພາບລວມຂອງການພົວພັນສອງຝ່າຍ, ມານະພະຍາຍາມພ້ອມກັບອາຊຽນ ຕັ້ງໜ້າຊຸກຍູ້ການເຈລະຈາໃນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)  ໃຫ້ມີຄວາມຄືບໜ້າ, ບັນລຸ COC ຢ່າງມີປະສິດທິຜົນ ແລະແທດຈິງໂດຍໄວ.

ສ່ວນທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ ຢັ້ງຢືນວ່າ ພັກ, ລັດຖະບານ ແລະປະຊາຊົນຈີນ ຖືເປັນສໍາຄັນການພົວພັນກັບຫວຽດນາມ, ພ້ອມແລ້ວທີ່ຈະສືບຕໍ່ນໍາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງສອງປະເທດ ໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ; ເຫັນດີເພີ່ມທະວີການຮ່ວມມື, ໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ທ່ານ ຢັ້ງຢືນວ່າ ຈີນ ຖືເປັນສໍາຄັນຕໍ່ຄວາມສົນໃຈ ແລະຂໍ້ສະເໜີຂອງຫວຽດນາມ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ປາດຖະໜາຢາກຊຸກຍູ້ກົນໄກເຈລະຈາກ່ຽວກັບບັນຫາທີ່ເກີດຂຶ້ນຢູ່ທະເລເພື່ອບັນລຸໄດ້ຄວາມຄືບໜ້າທີ່ແທດຈິງໂດຍໄວ, ໂດຍສະເພາະແມ່ນມານະພະຍາຍາມພ້ອມກັບອາຊຽນ ບັນລຸໄດ້ COC ໂດຍໄວ.  

ໂດຍ: ໄຊຊະນະ