ທີ່ກອງປະຊຸມ, ສອງຝ່າຍລ້ວນແຕ່ຕີລາຄາວ່າ ການພົວພັນຮ່ວມມືຫວຽດນາມ-ນິວຊີແລນ ກໍາລັງພັດທະນາຢ່າງແຮງ, ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ ກໍຄືບົດບາດສໍາຄັນຂອງກະຊວງການຕ່າງປະເທດສອງປະເທດໃນການພັດທະນານີ້. ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດເພື່ອຊຸກຍູ້ການພົວພັນສອງຝ່າຍ, ເຫັນດີເປັນເອກະພາບກັນສ້າງ ແລະລົງນາມໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2021, ເພີ່ມທະວີຄວາມສະໜິດຕິດພັນດ້ານການເມືອງ, ການຕ່າງປະເທດຜ່ານການຊຸກຍູ້ບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະທຸກຂັ້ນໃນທຸກຊ່ອງທາງ ແລະຮັກສາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວໃຫ້ເປັນປົກກະຕິ.

leftcenterrightdel
ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ສອງຝ່າຍໃຫ້ຄໍາໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ຄື: ສປຊ, ອາຊຽນ, APEC...; ຜັນຂະຫຍາຍຄໍາໝັ້ນສັນຍາຂອງສັນຍາ CPTPP; ຊຸກຍູ້ວິວັດທະນາການໃຫ້ສັດຕະຍາບັນສັນຍາ RCEP; ສ້າງຄວາມສະໜິດຕິດພັນໃນການພັດທະນາເຂດອະນຸພາກພື້ນແມ່ນໍ້າຂອງກັບວິວັດການກໍ່ສ້າງປະຊາຄົມອາຊຽນ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການຜັນແປທີ່ສັບສົນຢູ່ທະເລຕາເວັນອອກ ແລະເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ; ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982); ສະໜັບສະໜູນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະຄົບຖ້ວນ ແລະການເຈລະຈາລະຫວ່າງອາຊຽນ ແລະ ຈີນ ເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິພາບ, ປະສິດທິຜົນ ແລະສອດຄ່ອງກັບກົດໝາຍສາກົນ. 

ໂດຍ: ໄຊຊະນະ