ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງ ສປຊ ໃນເດືອນເມສາປີ 2021 ທີ່ກອງປະຊຸມເປີດຂັ້ນສູງຂອງສະພາຄວາມໝັ້ນຄົງໃນຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ ເພື່ອຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ”.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ. ພາບ: ສໍານັກຂ່າວສານຫວຽດນາມ

ເປັນຄັ້ງທີສອງທີ່ດໍາລົງຕຳແໜ່ງເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງ ສປຊ ໃນເດືອນເມສາປີ 2021 ສໍາເລັດຜົນ, ດ້ວຍການເປັນເຈົ້າການກະກຽມຢ່າງລະອຽດ, ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ຮັບຜິດຊອບດັ່ງກ່າວ, ສ້າງຂີດໝາຍສະມາຊິກທີ່ມີຄວາມຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງພາກພື້ນ ແລະປະຊາຄົມສາກົນ.

ສາມຫົວຂໍ້ບຸລິມະສິດ

ດ້ວຍ 3 ຫົວຂໍ້ບຸລິມະສິດໂດຍຫວຽດນາມ ຊຸກຍູ້ ແລະຈັດຕັ້ງວາລະປຶກສາຫາລືຄັ້ງຕ່າງໆໃນເດືອນເມສາ 2021:  ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງໃນພາກພື້ນ ເພື່ອຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະການເຈລະຈາໃນການສະກັດກັ້ນ ແລະແກ້ໄຂການປະທະກັນ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ແລະຮັກສາສັນຕິພາບແບບຍືນຍົງ: “ເພີ່ມທະວີການສະໜິດຕິດພັນ ເພື່ອກະທໍາຢ່າງມີປະສິດທິຜົນກວ່າ”;  ປົກປັກຮັກສາພື້ນຖານທີ່ມີຄວາມຈໍາເປັນຕໍ່ຊີວິດຂອງປະຊາຊົນໃນການປະທະກັນດ້ວຍກຳລັງປະກອບອາວຸດ, ຫວຽດນາມ ໄດ້ຍົກໃຫ້ເຫັນບຸລິມະສິດຂອງຫວຽດນາມ ໃນອາຍຸການເຂົ້າຮ່ວມສະພາຄວາມໝັ້ນຄົງ. ນີ້ກໍ່ແມ່ນບັນຫາລະອຽດໄດ້ຄົ້ນຄວ້າຢ່າງລະອຽດ ເພື່ອທັງຮັບປະກັນໃຫ້ສອດຄ່ອງກັບບັນດາບຸລິມະສິດ, ຜົນປະໂຫຍດຂອງຫວຽດນາມ ທັງຕອບສະໜອງຢ່າງຖືກຕ້ອງຕໍ່ຄວາມເອົາໃຈໃສ່ຂອງປະຊາຄົມສາກົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເປີດຂັ້ນສູງຂອງສະພາຄວາມໝັ້ນຄົງ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອຜັນຂະຫຍາຍບັນດາຫົວຂໍ້ດັ່ງກ່າວຢ່າງມີປະສິດທິຜົນ, ຫວຽດນາມ ໄດ້ຈັດ 3 ວາລະປຶສາຫາລືໂດຍກົງສົມທົບກັບຮູບການຜ່ານລະບົບທາງໄກ. ບັນດາວາລະປຶກສາຫາລືລ້ວນແຕ່ດຳເນີນໄປຢ່າງສຳເລັດຜົນ, ໄດ້ຮັບຄວາມສົນໃຈຈາກບັນດາປະເທດດ້ວຍການເຂົ້າຮ່ວມໃນລະດັບສູງ, ພ້ອມທັງຮັບຮອງເອົາເອກະສານສຳຄັນຫຼາຍສະບັບ ເພື່ອຊຸກຍູ້ບັນດາເນື້ອໃນເຊິ່ງຫວຽດນາມ ມີຄວາມສົນໃຈ.

ຕາມທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລ້ວ, ການຄັດເລືອກ 3 ຫົວຂໍ້ບຸລິມະສິດດັ່ງກ່າວ ໄດ້ສະແດງໃຫ້ເຫັນການເຊື່ອມຕໍ່ຢ່າງລຸລ່ວງກັບແຜນນະໂຍບາຍຈຸດສຸມຂອງ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ” ເຊິ່ງຫວຽດນາມ ໄດ້ກຳນົດວ່າແມ່ນທິດນໍາທີ່ລຸລ່ວງຂອງອາຍຸການເປັນກໍາມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ, ຜ່ານນັ້ນເປັນການສົ່ງສານໄປເຖິງປະຊາຄົມສາກົນໄດ້ຮູ້ຈັກເຖິງປະເທດທີ່ຮັກຫອມສັນຕິພາບ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເປັນເຈົ້າການ ແລະເຊື່ອມໂຍງຢ່າງຕັ້ງໜ້າ, ກຽມພ້ອມທີ່ຈະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນພາລະກິດສັນຕິພາບ, ຄວາມໝັ້ນຄົງ ແລະການພັດທະນາໃນໂລກ.

ມານະພະຍາຍາມປະຕິບັດໃຫ້ສໍາເລັດເປົ້າໝາຍລວມ

ຜົນສຳເລັດຂອງເດືອນປະທານສະພາຄວາມໝັ້ນຄົງຄັ້ງທີສອງຂອງຫວຽດນາມ ໄດ້ສ້າງຂີດໝາຍ ແລະເປັນການສົ່ງສານຢ່າງແຮງກ່ຽວກັບຫວຽດນາມ, ສະມາຊິກທີ່ມີຄວາມຮັບຜິດຊອບ ແລະຕັ້ງໜ້າໃນປະຊາຄົມສາກົນ; ຍາມໃດກໍ່ປາດຖະໜາຢາກປະກອບສ່ວນເຂົ້າໃນວຽກງານຂອງ ສປຊ, ປະຕິບັດຕາມກົດບັດ ສປຊ ແລະກົດໝາຍສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ ແລະບົດບາດໃຈກາງຂອງ ສປຊ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະການພັດທະນາໃນໂລກ.

ສະພາຄວາມໝັ້ນຄົງ, ພາຍໃຕ້ການບໍລິຫານຂອງຫວຽດນາມ, ແມ່ນສືບຕໍ່ຮັກສາປະລິມານວຽກງານຫຼາຍທີ່ສຸດດ້ວຍເກືອບ 30 ກອງປະຊຸມຂັ້ນເອກອັກຄະລັດຖະທູດ ແລະກອງປະຊຸມ, ການປຶກສາຫາລືໃນຂັ້ນເຮັດວຽກຕ່າງໆນັບສິບຄັ້ງເພື່ອປຶກສາຫາລືກ່ຽວກັບບັນຫາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ ຄື: ຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ; ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ ແລະອະນຸພາກພື້ນ...; ພ້ອມກັນນັ້ນ ກໍ່ຮັບຮອງເອົາເອກະສານ 10 ກວ່າສະບັບທີ່ແຕກຕ່າງກັນ…

ຫວຽດນາມ ໄດ້ປະກອບສ່ວນເຂົ້າໃນວຽກງານລວມຂອງສະພາຄວາມໝັ້ນຄົງບົນເນື້ອໃນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ທີ່ມີຕໍ່ບັນຫາທີ່ສະພາຄວາມໝັ້ນຄົງໃຫ້ການພິຈາລະນາ ແລະປຶກສາຫາລື, ສະແດງໃຫ້ເຫັນຫຼັກໝັ້ນຂອງຫວຽດນາມ ໃນການປະຕິບັດຕາມກົດບັດ ສປຊ ແລະຫຼັກການພື້ນຖານຂອງກົດໝາຍສາກົນຢ່າງຈະແຈ້ງ; ມານະພະຍາຍາມຊຸກຍູ້ການສະກັດກັ້ນການປະທະກັນ, ຫຼຸດຜ່ອນຄວາມເຄັ່ງຕຶງ, ຊອກຫາມາດຕະການທີ່ສົມເຫດສົມຜົນໃຫ້ແກ່ການຂັດແຍ້ງກັນ, ການປະທະກັນ; ສະໜັບສະໜູນບົດບາດຂອງ ສປຊ, ບັນດາຄະນະປະຕິບັດງານຮັກສາສັນຕິພາບ ສປຊ ແລະອົງການຈັດຕັ້ງພາກພື້ນ.

ເສີມຂະຫຍາຍຜົນສຳເລັດຂອງເດືອນປະທານສະພາຄວາມໝັ້ນຄົງໃນເດືອນ ເມສາ ປີ 2021, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໃຫ້ຮູ້ວ່າ, ຫວຽດນາມ ຈະສືບຕໍ່ມານະພະຍາຍາມພ້ອມກັບປະເທດອື່ນ ເພື່ອຊອກຫາມາດຕະການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງສາກົນ. ນີ້ແມ່ນເປົ້າໝາຍລວມ ແລະລຸລ່ວງນັບແຕ່ນີ້ເຖິງທ້າຍປີ 2021 ຂອງຫວຽດນາມ.

ດ້ວຍຜົນສຳເລັດຂອງຫວຽດນາມ ໃນຖານະເປັນປະທານສະພາຄວາມໝັ້ນຄົງໃນເດືອນເມສາປີ 2021, ດ້ວຍປະສົບການ, ບົດຮຽນ ແລະໝາກຜົນທີ່ບັນລຸໄດ້ນັບແຕ່ຕົ້ນອາຍຸການຈົນເຖິງປະຈຸບັນ, ດ້ວຍທ່າທີ ແລະກໍາລັງແຮງຂອງປະເທດ, ຄວາມເອົາໃຈໃສ່, ຊີ້ນໍາຢ່າງໃກ້ຊິດ ແລະເປັນປະຈຳຂອງການນຳຂັ້ນສູງ, ການສົມທົບຢ່າງຕັ້ງໜ້າຂອງບັນດາກະຊວງ, ຄະນະ, ຂະແໜງການ, ຫວຽດນາມ ຈະປະຕິບັດບົດບາດກໍາມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງໃນ 8 ເດືອນທີ່ຍັງເຫຼືອຂອງອາຍຸການ 2020-2021 ໃຫ້ສຳເລັດເປັນຢ່າງດີ.

ໂດຍ: ທະນາພອນ