ທີ່ພິທີ, ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ການາດາ ໄດ້ປະຕິບັດພິທີຖະຫວາຍທູບທຽນ ແລະອ່ານຄຳສູດອາໄລຫາເຈົ້າຊີວິດຮຸ່ງ, ຕອບບຸນແທນຄຸນບັນພະບຸລຸດທີ່ມີຜົນງານສ້າງປະເທດຊາດ, ຂັບໄລ່ພວກສັດຕູຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ, ພາວະນາຂໍໃຫ້ “ປະເທດຊາດນັບມື້ນັບພັດທະນາ”.

leftcenterrightdel
ທ່ານ ຟ້າມກາວຟອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳການາດາ ຖະຫວາຍທູບທຽນອາໄລຫາເຈົ້າຊີວິດຮຸ່ງ ທີ່ເຮືອນຫວຽດນາມ ຢູ່ການາດາ. ພາບ: ສໍານັກຂ່າວສານຫວຽດນາມ

ຢູ່ຕາມສະຖານທີ່ເຊື່ອມຕໍ່, ພໍ່ແມ່ປະຊາຊົນໃນວົງຄະນະຍາດຫວຽດນາມໄດ້ຢືນຂຶ້ນອວ່າຍໜ້າເມືອຫາປະເທດຊາດ, ອວ່າຍໜ້າເມືອຫາເຈົ້າຊີວິດຮຸ່ງ, ສະແດງຄວາມປາດຖະໜາວ່າ ວັດທະນະທຳຫວຽດນາມ ຈະແຜ່ຂະຫຍາຍຢ່າງແຮງກວ່າ, ເພື່ອໃຫ້ໂລກໄດ້ຮັບຮູ້ບໍ່ພຽງແຕ່ປະເທດຫວຽດນາມ ແມ່ນຊາດທີ່ອົງອາດກ້າຫານໃນການຕໍ່ສູ້ຕ້ານຈັກກະພັດເທົ່ານັ້ນ, ຫາກຍັງແມ່ນຊາດທີ່ມີຄວາມສະຫຼາດສະຫຼຽວ, ມີຈິດໃຈເມດຕາປານີ ແລະມີຄວາມສາມັກຄີກັນອີກດ້ວຍ.

ໂດຍ: ທະນາພອນ