ໃນການສົນທະນາທາງໂທລະສັບ, ທ່ານລັດຖະມົນຕີ Vivian Balakrishnan ຕີລາຄາສູງຕໍ່ຜົນງານໃນການຄວບຄຸມພະຍາດໂຄວິດ- 19 ແລະການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ກໍ່ຄືຜົນງານການພົວພັນຕ່າງປະເທດທີ່ພົ້ນເດັ່ນໃນໄລຍະຜ່ານມາ; ທ່ານຢືນຢັນວ່າ ສິງກະໂປ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຕີລາຄາສູງຕໍ່ປະສິດທິຜົນໃນການຮ່ວມມືລະຫວ່າງສອງປະເທດໃນຊຸມປີຜ່ານມາຢູ່ທຸກຂົງເຂດ, ພິເສດແມ່ນເລື່ອງສິງກະໂປ ກາຍເປັນນັກລົງທຶນໃຫຍ່ທີ່ສຸດຢູ່ຫວຽດນາມ ໃນປີ 2020 ເຊິ່ງບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໃນເວລາທີ່ເໝາະສົມ, ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ໃນຕໍ່ໜ້າແມ່ນກອງປະຊຸມລັດຖະມົນຕີເຊື່ອມຕໍ່ຫວຽດນາມ - ສິງກະໂປ ຄັ້ງທີ 15 ແລະກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຄັ້ງທີ 14; ທ່ານກໍ່ສະແດງຄວາມຂອບໃຈສິງກະໂປ ທີ່ໄດ້ຕັ້ງໜ້າ ສະໜັບສະໜູນຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນໃນປີ 2020 ແລະກຳມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ຢ່າງສຳເລັດຜົນ.

ລັດຖະມົນຕີທັງສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນ ເພື່ອປະກອບສ່ວນຊຸກຍູ້ການຄ້າ ແລະການລົງທຶນສອງຝ່າຍ, ເພີ່ມທະວີການຮ່ວມມືໃນຂົງເຂດອື່ນໆ, ກໍ່ຄືຍູ້ແຮງການຮ່ວມມືໃນຂອບເຂດອາຊຽນ ແລະເວທີປາໄສຫຼາຍຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ພາກພື້ນ.

ໂດຍ: ທະນາພອນ