ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືກ່ຽວກັບສະພາບການ Kosovo
ກປ.ອອນໄລ - ວັນທີ 13 ເມສາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ມີກອງປະຊຸມຜ່ານລະບົບທາງໄກເພື່ອຮັບຟັງການລາຍງານ ແລະປຶກສາຫາລືກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານບໍລິຫານຊົ່ວຄາວຂອງ ສປຊ ຢູ່ Kosovo (UNMIK).
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄໍາເຫັນຊົມເຊີຍບົດບາດຂອງ UNMIK, ພິເສດແມ່ນໃນການໜູນຊ່ວຍປະຊາຄົມທ້ອງຖິ່ນຮັບມືກັບພະຍາດໂຄວິດ-19, ແຕ່ທ່ານຖືວ່າການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງຝ່າຍຍັງມີຂໍ້ຈຳກັດຫຼາຍຢ່າງ.
    |
 |
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຊອກຫາມາດຕະການຮອບດ້ານ, ຍືນຍົງບົນພື້ນຖານກົດໝາຍສາກົນ, ກົດບັດ ສປຊ ແລະບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ, ເພີ່ມທະວີການຊຸກຍູ້ການເຈລະຈາ, ແກ້ໄຂຄວາມແຕກຕ່າງກັນທີ່ຍັງຄົງຄ້າງ, ສຸມໃສ່ການຮັບມືກັບພະຍາດໂຄວິດ-19, ຮັບປະກັນຊີວິດການເປັນຢູ່ ແລະການພັດທະນາຂອງປະຊາຄົມທ້ອງຖິ່ນ.
ເອກະສານສໍາຄັນທີ່ສຸດກ່ຽວກັບບັນຫາ Kosovo ຢູ່ສະພາຄວາມໝັ້ນຄົງແມ່ນມະຕິເລກທີ 1244 (1999) ກໍານົດ Kosovo ປົກຄອງຕົນເອງພາຍໃຕ້ການຄຸ້ມຄອງຂອງ ສປຊ (UNMIK) ແລະຮັບປະກັນຄວາມໝັ້ນຄົງຂອງກໍາລັງ KFOR ຂອງ NATO, ແຕ່ຕ້ອງຮັບປະກັນຫຼັກການກ່ຽວກັບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງສາທາລະນະລັດ ເຊີເບຍ ແລະບັນດາປະເທດອື່ນໃນພາກພື້ນ.
ໂດຍ: ເຈິ່ນຮວ່ຽນ