leftcenterrightdel
ຫວຽດນາມ ແລະກໍາປູເຈຍ ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: Fresh News

ທ່ານ Hun Sen  ນາຍົກລັດຖະມົນຕີກໍາປູເຈຍ ໄດ້ສົ່ງຄໍາຂອບອົກຂອບໃຈມາຍັງລັດຖະບານ ແລະປະຊາຊົນຫວຽດນາມ ທີ່ໄດ້ໜູນຊ່ວຍບ້ວງເງິນ 200.000 ໂດລາສະຫະລັດ ເພື່ອແນໃຊ່ຊ່ວຍເຫຼືອລັດຖະບານ ແລະປະຊາຊົນກໍາປູເຈຍ ປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານ Hun Sen ກໍ່ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາຂອງກໍາປູເຈຍ ແມ່ນຈະຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອຜ່ານຜ່າວິກິດການນີ້.

ທ່ານ Hun Sen ກໍ່ຮັບປະກັນວ່າ ຊາວຕ່າງປະເທດໃນນັ້ນມີຊາວກຳປູເຈຍເຊື້ອຊາດຫວຽດນາມ ທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ກຳປູເຈຍ ຈະໄດ້ຮັບການໜູນຊ່ວຍ ແລະເບິ່ງແຍງດູແລກດ້ານການແພດເໝືອນດັ່ງພົນລະເມືອງກຳປູເຈຍ. ພ້ອມກັນນັ້ນ, ກໍ່ຮັບຮູ້ລັດຖະບານຫວຽດນາມ ໄດ້ມີການປະພຶດທີ່ດີຕໍ່ປະຊາຄົມຊາວກຳປູເຈຍ ທີ່ພວມດຳລົງຊີວິດຢູ່ຫວຽດນາມ ໃນໄລຍະອັນຫຍຸ້ງຍາກຄືໃນປັດຈຸບັນ.

ໂດຍ: ທູຈາງ