ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ການພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ໄດ້ພັດທະນາຢ່າງແຮງໃນໄລຍະຜ່ານມາ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນແລະກັນໄດ້ຮັບການເພີ່ມທະວີ; ການພົບປະແລກປ່ຽນຂັ້ນສູງໄດ້ຮັບການຮັກສາ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໄດ້ຮັບການຊຸກຍູ້; ການພົວພັນເສດຖະກິດ, ການຄ້າ, ການລົງທຶນພັດທະນາຢ່າງແຮງ. ລັດຖະບານຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ມີຫຼາຍກຸ່ມບໍລິສັດ, ວິສາຫະກິດ ສ.ເກົາຫຼີ ກຳລັງລົງທຶນ, ດໍາເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ. ຫວຽດນາມ ຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ນັກຊ່ຽວຊານ ສ.ເກົາຫຼີ  ເຂົ້າມາລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Park No Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ, ການພົວພັນຫວຽດນາມ-ສ.ເກົາຫຼີ ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ, ຍ້ອນການມີໜ້າຂອງບັນດາກຸ່ມບໍລິສັດເສດຖະກິດໃຫຍ່ຂອງສ.ເກົາຫຼີ ຢູ່ຫວຽດນາມ ຄື: Samsung, SK, Hanwha, Deawoo, Lotte ແລະບັນດາກຸ່ມບໍລິສັດ, ວິສາຫະກິດອື່ນ. ລັດຖະບານຫວຽດນາມ ສືບຕໍ່ສະໜັບສະໜູນ ແລະສ້າງ ເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ ສ.ເກົາຫຼີ ສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ...

ສ່ວນທ່ານ Park No Wan ໃຫ້ຮູ້ວ່າ, ປີໜ້າ ສອງປະເທດຈະສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະນັ້ນ ສ.ເກົາຫຼີ ປາດຖະໜາຢາກຈັດຕັ້ງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນຫວຽດນາມ-ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່. ສ.ເກົາຫຼີ ປາດຖະໜາຢາກຈັດຕັ້ງບັນດາຖ້ຽວບິນຂົນສົ່ງບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າຫວຽດນາມ ເພື່ອຊຸກຍູ້ການຮ່ວມມືດໍາເນີນທຸລະກິດ, ສະນັ້ນ ຫວັງວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກ ໃຫ້ແກ່ບັນດາຖ້ຽວບິນນີ້ໃນສະພາບພະຍາດໂຄວິດ-19.

ຂອບໃຈຄໍາຄິດເຫັນຂອງທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ, ບັນດາວິສາຫະກິດ ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ສ.ເກົາຫຼີ ຮໍ່າຮຽນ, ດໍາລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ ແລະ ຫວັງວ່າ ລັດຖະບານ ສ.ເກົາຫຼີ ຈະເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ສ.ເກົາຫຼີ.

ໂດຍ: ໄຊຊະນະ