ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ຊົມເຊີຍທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນຕ່າງໆທີ່ໄດ້ເບິ່ງແຍງດູແລໃຫ້ປະຊາຊົນຕ້ອນຮັບບຸນເຕັດປີສະຫຼຸ 2021 ໄດ້ຢ່າງຮອບຄອບຖີ່ຖ້ວນ, ໂດຍສະເພາະແມ່ນໃນສະພາບການທີ່ພະຍາດໂຄວິດ-19 ແຜ່ລະບາດ, ຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ຕ້ອນຮັບປີໃໝ່ຢ່າງເບີກບານມ່ວນຊື່ນ. ພະຍາດໂຄວິດ-19 ແຜ່ລະບາດຮອບໃໝ່ສົ່ງຜົນກະທົບເຖິງບັນດາທ້ອງຖິ່ນທີ່ຢູ່ເຂດເສດຖະກິດຈຸດສຸມພາກເໜືອ, ພາກສ່ວນໜຶ່ງຂອງຮ່າໂນ້ຍ ແລະນະຄອນໂຮ່ຈີມິນ, ທ່ານ ຫງວຽນຊວນຟຸກ ຕີລາຄາວ່າ ໂລກພະຍາດສາມາດ ຄວບຄຸມໄດ້ເປັນຢ່າງດີ, ພິເສດແມ່ນຢູ່ບັນດານະຄອນໃຫຍ່, ດ້ວຍຈິດໃຈວ່ອງໄວ, ຊອກຫາບ່ອນແຜ່ລະບາດ, ກວດຫາເຊື້ອພະຍາດໃນວົງກວ້າງ, ຜັນຂະຫຍາຍບັນດາມາດຕະການຮີບດ່ວນ.

leftcenterrightdel
ວາລະປະຊຸມປະຈຳເດືອນກຸມພາຂອງລັດຖະບານ. ພາບ: ກວາງຫ໊ຽວ.

ເຕື້ອງເຖິງການຕີິລາຄາຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ສຳລັບປີ 2020, ເຊິ່ງເປັນປີທີ່ປະສົບຜົນສຳເລັດກວ່າປີ 2019 ແລະແມ່ນປີປະສົບຜົນສຳເລັດທີ່ສຸດໃນ 5 ປີຜ່ານມາດ້ວຍບັນດາໝາກຜົນ, ຜົນງານພິເສດ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ໝາກຜົນສຳຄັນນີ້ແມ່ນຍ້ອນມີການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ມານະພະຍາຍາມຢ່າງກ້າວກະໂດດຂອງປະຊາຄົມວິສາຫະກິດ, ປະຊາຊົນໃນທົ່ວປະເທດ, ໃນນັ້ນມີການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດຂອງລັດຖະບານ, ບັນດາສະມາຊິກຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານ ຫງວຽນຊວນຟຸກ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສະມາຊິກຂອງລັດຖະບານ, ການນຳບັນດາອົງການ, ທ້ອງຖິ່ນ, ພິເສດແມ່ນພະນັກງານ, ລັດຖະກອນ, ຊາວຜູ້ອອກແຮງງານໃນລະບົບບໍລິຫານຍາມໃດກໍ່ມານະພະຍາຍາມ, ສືບທອດ, ເສີມຂະຫຍາຍໝາກຜົນຂອງສະໄໝກ່ອນ, ອຸທິດຈົນສຸດຄວາມສາມາດຂອງຕົນໃນອາຍຸການຜ່ານມາດ້ວຍຈິດໃຈຮັບຜິດຊອບຢ່າງດີທີ່ສຸດໃນທຸກຂົງເຂດ.

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ພວກເຮົາສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າທີ່ໃຫ້ເປັນຢ່າງດີ, ຍົກສູງຈິດໃຈຮັບຜິດຊອບ. ລັດຖະບານຈະສືບຕໍ່ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ສຳຄັນ, ຮີບດ່ວນ ແລະປະຕິບັດການມອບ-ຮັບໜ້າທີ່ໃຫ້ລັດຖະບານຊຸດໃໝ່ຖືກຕາມຂໍ້ກຳນົດຂອງພັກ, ລັດ, ຂໍ້ກຳນົດຂອງກົດໝາຍດ້ວຍຈິດໃຈຮັບປະກັນລັກສະນະສືບທອດ, ເສີມຂະຫຍາຍຄວາມເປີດເຜີຍ, ໂປ່ງໃສ.

ກ່ຽວກັບບາງໜ້າທ່ີຈຸດສຸມໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງຕ້ອງກຳແໜ້ນກາລະໂອກາດ, ຕັດສິນໃຈປະຕິບັດໃຫ້ສຳເລັດໜ້າທີ່ 6 ເດືອນຕົ້ນປີກໍ່ຄືທົ່ວທັງປີ 2021. ສືບຕໍ່ປະຕິບັດ “ເປົ້າໝາຍຄວບຄູ່” ພັດທະນາເສດຖະກິດ-ສັງຄົມ ແລະຄວບຄຸມໂລກພະຍາດ

ໂດຍ: ແສງເດືອນ