ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ ຢັ້ງຢືນວ່າ ຖະແຫຼງການກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ແມ່ນການກໍານົດຢ່າງຈະແຈ້ງ ແລະຊັດເຈນກ່ຽວກັບຄວາມມຸ່ງຫວັງຂອງປະຊາຊົນລັດເຊຍ ແລະຫວຽດນາມ ໃນການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດເທື່ອລະກ້າວບົນພື້ນຖານມູນເຊື້ອມິດຕະພາບມາແຕ່ດົນນານ ແລະການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດລັດເຊຍ. ພາບ: TASS

ຕາມທ່ານນາງ Maria Zakharova ແລ້ວ, ໃນ 20 ປີຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈຫຼາຍຢ່າງ. ການເຈລະຈາດ້ານການເມືອງຂັ້ນສູງ ແລະການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໄດ້ຮັບການຮັກສາໄວ້. ການຮ່ວມມືດ້ານການຄ້າ ແລະເສດຖະກິດ, ການທະຫານ ແລະເຕັກນິກການທະຫານ, ວິທະຍາສາດ-ເຕັກໂນໂລຢີ ແລະການຮ່ວມມືດ້ານມະນຸດສະທຳແມ່ນໄດ້ເສີມກໍາລັງໜູນ. ນອກຈາກນັ້ນ, ການແລກປ່ຽນລະຫວ່າງລັດຖະສະພາ, ລະຫວ່າງບັນດາພັກ ແລະການພົບປະລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໄດ້ຮັບການເພີ່ມທະວີ.

ທ່ານນາງ Zakharova ຢືນຢັນວ່າ ຄວາມສາມັກຄີ ແລະການສະໜັບສະໜູນເຊິ່ງກັນ ແລະກັນແບບຍືນຍົງໃນສາຍພົວພັນລັດເຊຍ-ຫວຽດນາມ ຍິ່ງຈະແຈ້ງກວ່າອີກໃນສະພາບການປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ຕາມນັ້ນແລ້ວ, ລັດເຊຍ ແລະຫວຽດນາມ ສະໜອງໃຫ້ກັນຄໍາປຶກສາ, ວິທີການ ແລະການໜູນຊ່ວຍທີ່ຈຳເປັນອື່ນໆໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19.

ທ່ານນາງ Zakharova ເນັ້ນໜັກວ່າ: “ໃນປະຈຸບັນ, ໂດຍບໍ່ຫົວຊາຕໍ່ສະພາບການຢູ່ພາກພື້ນ ແລະໃນໂລກຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະການປ່ຽນແປງໂດຍພື້ນຖານໃນທົ່ວລະບົບການພົວພັນສາກົນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ອີງຕາມບົດຮຽນໃນການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍປີ, ຍັງຄົງແມ່ນປັດໄຈສໍາຄັນຂອງນະໂຍບາຍພົວພັນຕ່າງປະເທດຂອງລັດເຊຍ ຢູ່ພາກພື້ນອາຊີ-ປາຊີຟິກ”.

ໂດຍ: ທະນາພອນ