ກອງປະຊຸມຕີລາຄາສູງບັນດາການເຄື່ອນໄຫວຂອງ ICAPP ໃນປີ 2020 ໄດ້ປະກອບສ່ວນຊຸກຍູ້ນ້ຳໃຈສາມັກຄີ, ການຮ່ວມມື, ແບ່ງປັນບົດຮຽນລະຫວ່າງບັນດາພັກການເມືອງໃນການຮັບມືກັບພະຍາດໂຄວິດ-19; ສຸມໃສ່ປຶກສາຫາລືບັນດາກຳນົດທິດການເຄື່ອນໄຫວໃຫຍ່ຂອງ ICAPP ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນວຽກງານກະກຽມໃຫ້ກອງປະຊຸມຄົບຄະນະ ICAPP ຄັ້ງທີ 11, ພິທີສະເຫຼີມສະຫຼອງ 20 ປິແຫ່ງວັນສ້າງຕັ້ງ ICAPP, ການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະການເປີດກວ້າງການຮ່ວມມືລະຫວ່າງບັນດາພັກການເມືອງອາຊີ ກັບບັນດາພັກການເມືອງຢູ່ພາກພື້ນເອີລົບ, ອາເມລິກາເໜືອ, ອາເມລິກາລາຕິນ ແລະອາຟະລິກາ.

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກ. ພາບ: ສຳນັກຂ່າວສານຫວຽດນາມ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ນຳໂດຍທ່ານ ຫງວຽນແມັ້ງເກື່ອງ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ກຳມະການຄະນະກຳມະການປະຈຳການ ICAPP ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າທີ່ກອງປະຊຸມ.

ຄະນະກຳມະການປະຈຳການກອງປະຊຸມສາກົນບັນດາພັກການເມືອງອາຊີໄດ້ຮັບການສ້າງຕັ້ງໃນເດືອນ ກັນຍາ 2000 ດ້ວຍເປົ້າໝາຍຊຸກຍູ້ການແລກປ່ຽນ ແລະການຮ່ວມມືລະຫວ່າງບັນດາພັກການເມືອງອາຊີ ທີ່ມີແນວຄິດແຕກຕ່າງກັນ. ພາຍຫຼັງຮັບການສ້າງຕັ້ງມາເປັນເວລາ 20 ປີ, ICAPP ນັບມື້ນັບຢັ້ງຢືນໄດ້ບົດບາດໃນການຊຸກຍູ້ການຮ່ວມມືຢູ່ພາກພື້ນຜ່ານບົດບາດພິເສດຂອງບັນດາພັກການເມືອງ.

ໂດຍ: ແສງເດືອນ