leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ກວາງຮ໋ຽວ.

ຢັ້ງຢືນຫວຽດນາມ ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການດຶງດູດບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ກ່ຽວກັບເຕັກໂນໂລຢີສູງ, ປ່ຽນໃໝ່ປະດິດສ້າງ, ພັດທະນາອຸດສາຫະກໍາສໍາຮອງ,  ບໍາລຸງກໍ່ສ້າງພັດທະນາຊັບພະຍາກອນມະນຸດ ແລະຫວຽດນາມ ຍາມໃດກໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດ້ານເສດຖະກິດ, ສ້າງທຸກເງື່ອນໄຂສະດວກໃຫ້ນັກລົງທຶນຕ່າງປະເທດ, ທ່ານນາຍົກລັດຖະມົນຕີສະເໜີທ່ານ Ph.Rosler ໜູນຊ່ວຍສົ່ງເສີມການລົງທຶນ, ປຸກລະດົມບັນດາກຸ່່່ມບໍລິສັດໃຫຍ່ຂອງໂລກລົງທຶນເຂົ້າຫວຽດນາມ. ຫວຽດນາມ ຍາມໃດກໍ່ຮັບປະກັນສິດຜົນປະໂຫຍດຖືກຕາມກົດໝາຍເພື່ອໃຫ້ບັນດານັກລົງທຶນຕ່າງປະເທດມີຄວາມອຸ່ນອ່ຽງໃຈທໍາມາຫາກິນໄລຍະຍາວຢູ່ຫວຽດນາມ.

ຕາງໜ້ານັກລົງທຶນໃນຄະນະໄດ້ຕີລາຄາສູງສະພາບແວດລ້ອມດໍາເນີນທຸລະກິດຂອງຫວຽດນາມ; ພ້ອມທັງປາດຖະໜາຢາກຍູູ້ແຮງ, ການຮ່ວມມືລົງທຶນ, ທໍາມາຫາກິນກັບຫວຽດນາມ ແລະໃຫ້ຮູູ້ເອົາໃຈໃສ່ທີ່ສຸດເຖິງການລົງທຶນເຂົ້າຂົງເຂດທ່ອງທ່ຽວຫວຽດນາມ ຍ້ອນວ່ານີ້ແມ່ນໜຶ່ງໃນບັນດາຂົງເຂດເສົາຄໍ້າພັດທະນາຂອງຫວຽດນາມ, ແຕ່ກໍ່ແມ່ນຂົງເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພະຍາດໂຄວິດ-19. ບັນດາວິສາຫະກິດກໍ່ປາດຖະໜາວ່າລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ແກ້ໄຂຄວາມຫຍູ້ງຍາກ, ໂດຍສະເພາະແມ່ນລະບຽບການເພື່ອສ້າງເງື່ອນໄຂສະດວກໃຫ້ເຂົ້າເຈົ້າທໍາມາຫາກິນສໍາເລັດຜົນ.

 

ໂດຍ: ເກື່ອງດັ້ງ