leftcenterrightdel
ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານ Téte António ລັດຖະມົນຕີການຕ່າງປະເທດ ອັງໂກລາ. ພາບ: ຫາຍມິງ.

ສອງຝ່າຍຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ສະໜິດຕິດພັນລະຫວ່າງຫວຽດນາມ ແລະອັງໂກລາ ໃນຕະຫຼອດໄລຍະ 45 ປີຜ່ານມາໃນບັນດາຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ກໍຄືການຕ່າງປະເທດປະຊາຊົນ. ທ່ານ ຟ້າມບິ່ງມິນ ແບ່ງປັນວ່າ ຫວຽດນາມ ຮູ້ສຶກເອກອ້າງທະນົງໃຈແມ່ນໜຶ່ງໃນບັນດາປະເທດທໍາອິດໃນໂລກ ທີ່ຮັບຮອງພື້ນຖານເອກະລາດ ແລະສ້າງຕັ້ງການພົວພັນທາງການທູດກັບອັງໂກລາ ກ່ອນນີ້ 45 ປີ. ລັດຖະມົນຕີການຕ່າງປະເທດຂອງສອງປະເທດ ໄດ້ຢັ້ງຢືນວ່າ, ສອງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນເພື່ອເຮັດໃຫ້ການພົວພັນດ້ານການເມືອງ-ການທູດເລິກເຊິ່ງກວ່າອີກ, ພ້ອມທັງເພີ່ມທະວີ ແລະເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນ, ໂດຍສະເພາະແມ່ນການຄ້າ, ການລົງທຶນ, ກະສິກໍາ, ສາທາລະນະສຸກ, ການສຶກສາ...

ໂດຍ: ກວຽດເຕິມ