ທີ່ການໂອ້ລົມທາງໂທລະສັບ, ທ່ານ Hishammuddin Hussein ຢັ້ງຢືນວ່າ, ມາເລເຊຍ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມື ຍຸດທະສາດໃຫ້ສືບຕໍ່ເຂົ້າສູ່ລວງເລິກໃນທຸກຂົງເຂດ ແລະສະເໜີໃຫ້ສອງຝ່າຍເປີດສາຍການບິນຄືນໃໝ່ໃນໄລຍະໄວທີ່ສຸດ. ທ່ານ Hishammuddin Hussein ກໍ່ຊົມເຊີຍຜົນສໍາເລັດຂອງຫວຽດນາມ ໃນຖານະເປັນປະທານອາຊຽນ ແລະກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ພິເສດແມ່ນໄດ້ຈັດຕັ້ງບັນດາກອງປະຊຸມຂອງອາຊຽນປະສົບຜົນສໍາເລັດ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຟ້າມບິ່ງມິງ ກໍ່ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນ, ຊ່ຽວຊານ, ນັກຄຸ້ມຄອງ, ຊາວຜູ້ອອກແຮງງານທີ່ມີລະດັບຄວາມຮູ້ສູງຂອງມາເລເຊຍ ໄດ້ເຂົ້າເມືອງຫວຽດນາມ, ປະກອບສ່ວນເຮັດໃຫ້ການຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດເປັນປົກກະຕິ. ທ່ານ ຟ້າມບິ່ງມິງ ກໍ່ສະເໜີໃຫ້ຝ່າຍມາເລເຊຍ ສືບຕໍ່ມີການປະພຶດກັບຊາວປະມົງຂອງຫວຽດນາມທີ່ຖືກຈັບຢູ່ມາເລເຊຍ ຢ່າງມະນຸດສະທໍາ, ເໝາະສົມກັບກົດໝາຍສາກົນ, ບົນຈິດໃຈສາມັກຄີອາຊຽນ; ແກ້ໄຂບັນດາເຫດການທີ່ເກີດຂຶ້ນດ້ວຍຄວາມເຈດຕະນາດີ, ການຮ່ວມມື, ບໍ່ປະໃຫ້ສົ່ງຜົນສະທ້ອນເຖິງການພົວພັນອັນດີງາມລະຫວ່າງສອງປະເທດ.

ໂດຍ: ທູຈາງ