leftcenterrightdel
ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມເວທີປາໄສຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະໄຂເວທີປາໄສ, ທ່ານ ຮ່ວາງບິ່ງກວນ ໄດ້ເນັ້ນໜັກເຖິງທັດສະນະສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງຫວຽດນາມແມ່ນ “ຖືປະຊາຊົນເປັນໃຈກາງ” ໃນທຸກນະໂຍບາຍ, ຍຸດທະສາດພັດທະນາດ້ວຍເປົ້າໝາຍແມ່ນປະຊາຊົນໝົດທຸກຄົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ, ເສລີພາບ, ມີຄວາມຜາສຸກ, ມີເງື່ອນໄຂພັດທະນາຢ່າງຮອບດ້ານ. ດ້ວຍທັດສະນະດັ່ງກ່າວນັ້ນ, ຫວຽດນາມ ສາມາດບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າໃນການປະຕິບັດ “ໜ້າທີ່ຄວບຄູ່” - ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ທັງຮັກສາ, ພັດທະນາເສດຖະກິດ. ທ່ານ ຮ່ວາງບິ່ງກວນ, ສະເໜີໃຫ້ບັນດາປະເທດ, ບັນດາພັກການເມືອງເສີມຂະຫຍາຍບົດບາດໃນການຊຸກຍູ້ຄວາມມານະພະຍາຍາມເພື່ອປ້ອງກັນ, ຕ້ານໂລກລະບາດ.

ໂດຍ: ກວຽດເຕິມ