ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ, ທ່ານ Kamal Malhotra ໃຫ້ຮູ້ວ່າ, ສປຊ ປະຈໍາຫວຽດນາມ ພວມສວມບົດບາດຫຼັກແຫຼ່ງໃນການໜູນຊ່ວຍຈັດຕັ້ງເຫດການແມ່ຍິງຕໍ່ສັນຕິພາບ ແລະຄວາມໝັ້ນຄົງໃນທົ່ວໂລກໂດຍຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງໃນຕົ້ນເດືອນ ທັນວາ ຈະມາເຖິງ.

ເນື່ອງໃນໂອກາດນີ້, ທ່ານ Kamal Malhotra ໄດ້ສົ່ງໃຫ້ທ່ານ ຫງວຽນຊວນຟຸກ ບົດລາຍງານທົ່ວໂລກຂອງເລຂາທິການໃຫຍ່ ສປຊ ກ່ຽວກັບພະຍາດໂຄວິດ-19 ແລະປະກັນສຸຂະພາບທົ່ວປວງຊົນ; ບົດລາຍງານຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ. ທ່ານ Kamal Malhotra ປາດຖະໜາຢາກລົງນາມຂອບຮ່ວມມືພັດທະນາແບບຍືນຍົງໃໝ່ຂອງ ສປຊ ໄລຍະ 2022-2026 ກັບຫວຽດນາມ ໃນປີ 2021 ໂດຍໄວ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ຕີລາຄາສູງຄວາມມານະພະຍາຍາມຂອງ ສປຊ ຢູ່ຫວຽດນາມ ກ່ຽວກັບເລື່ອງມີບົດ ລາຍງານຫຼາຍບົດໄດ້ຕີລາຄາຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມຫວຽດນາມ ຢ່າງທັນການ, ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ, ໄດ້ຮັບບົດລາຍງານກ່ຽວກັບເອກະສານໃຫ້ຄຳປຶກສານະໂຍບາຍຂອງ ສປຊ ໃນຫຼາຍຂົງເຂດສໍາຄັນ... ນີ້ຈະແມ່ນແຫຼ່ງຂໍ້ມູນເພື່ອຄົ້ນຄວ້າ, ທາບທາມທີ່ມີຜົນປະໂຫຍດໃຫ້ແກ່ລັດຖະບານຫວຽດນາມ ໃນການສ້າງ, ຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ທ່ານ ຫງວຽນຊວນຟຸກ ປາດຖະໜາຢາກບັນດາອົງການ ສປຊ ຈະເພີ່ມທະວີການໃຫ້ຄໍາປຶກສາດ້ານຍຸດທະສາດໜູນຊ່ວຍລັດຖະບານຫວຽດນາມ ບໍລິຫານເສດຖະກິດ-ສັງຄົມຢ່າງມີປະສິດທິຜົນ, ພິເສດແມ່ນຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕບົນພື້ນຖານເສີມຂະຫຍາຍຄວາມກ້າວໜ້າດ້ານວິທະຍາສາດ ແລະເຕັກໂນໂລຢີຄືນໃໝ່, ປ່ຽນແປງໃໝ່ປະດິດຄິດສ້າງ...; ເພີ່ມທະວີການສ້າງລະບົບພື້ນຖານໂຄງລ່າງ ແລະພັດທະນາຕົວເມືອງ... ປະຈຸບັນແມ່ນປີສຸດທ້າຍໃນການຜັນຂະຫຍາຍຍຸດທະສາດລວມ ສປຊ (One Strategic Plan) ໄລຍະ 2017-2021. ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ບັນດາອົງການ ສປຊ ຕີລາຄາປະສິດທິຜົນຂອງບັນດາກິດຈະກໍາທີ່ໄດ້ຜັນຂະຫຍາຍແລ້ວ ແລະສ້າງແຜນການຍຸດທະສາດລວມໃຫ້ແກ່ໄລຍະຕໍ່ໄປໂດຍໄວ...

ໂດຍ: ທະນາພອນ